Wednesday, May 7, 2025
Homeຂ່າວຕ່າງປະເທດນະໂຍບາຍພາສີສະຫະລັດອາເມລິກາ ສ້າງຄວາມວຸ້ນວາຍໃຫ້ແກ່ວິສາຫະກິດພາຍໃນປະເທດ

ນະໂຍບາຍພາສີສະຫະລັດອາເມລິກາ ສ້າງຄວາມວຸ້ນວາຍໃຫ້ແກ່ວິສາຫະກິດພາຍໃນປະເທດ

ວິທະຍຸສາກົນແຫ່ງ ສປ ຈີນ, CNN ຂອງ ສ.​ອາ​ເມ​ລິ​ກາ​ ລາຍ​ງານ​ວ່າ: ຍ້ອນ​ນະ​ໂຍ​ບາຍ​ ພາ​ສີ ​ຂອງ ສະຫະລັດ ​ອາ​ເມ​ລິ​ກາ ມີ​ການ​ປ່ຽນ​ແປງ​ ເລື້ອຍໆ​ ເມື່ອບໍ່ດົນມານີ້ ເຮັດ​ໃຫ້ວິ​ສາ​ຫະ​ກິດ​ ລົດ​ຂະ​ໜາດ​ໃຫຍ່ ຫລາຍ​ແຫ່ງ​ ຂອງ​ໂລກ ​ໄດ້​ເລື່ອນ​ເວ​ລາ ຫລື ​ຍຸດ​ຕິ​ການ​​ເປີດເຜີຍ​​ ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ຜົນ​ກຳ​ໄລເປັນ​ການ​ຊົ່ວ​ຄາວ. ພາຍຫລັງກຸ່ມ​ບໍ​ລິ​ສັດສະ​ເຕ​ລານ​ຕິ​ສ ທີ່​ເປັນ​ບໍ​ລິ​ສັດ​ລົດ​ຂະ​ໜາດ​ໃຫຍ່ ​ພິ​ເສດ ໄດ້​ເຜີຍ​ແຜ່​ ບົດ​ລາຍ​ງານ​ວ່າ: ເນື່ອງ​ຈາກ ​ຜົນ​ກະ​ທົບ ​ຈາກ​ນະ​ໂຍ​ບາຍ​ ພາ​ສີທີ່ “ປ່ຽນ​ແປງ​ເລື້ອຍໆ”, ກຸ່ມ​ບໍ​ລິ​ສັດ​ ຂອງຕົນ ​ໄດ້​ຍຸດ​ຕິ ​ການ​​ເປີດເຜີຍ ​ການ​ຄາດ​ຄະ​ເນ ​ການ​ເຕີບ​ໂຕ​ຂອງ​ຜົນ​ກຳ​ໄລ​ໃນ​ປີ 2025 ເປັນ​ການ​ຊົ່ວ​ຄາວ.ກ່ອນ​ໜ້າ​ນີ້, ບໍ​ລິ​ສັດ GM ຂອງ ສ.​ອາ​ເມ​ລິ​ກາ ​ກໍ​ໄດ້​ອອກ​ ຖະ​ແຫລງ​ການ​ ທ້າຍເດືອນ ເມ​ສາ​ ຜ່ານ​ມາ​ວ່າ: ເນື່ອງ​ຈາກ​ ຜົນ​ກະ​ທົບ ​ທີ່ອາດ​ ຈະ​ເກີດ​ຂຶ້ນ​ຈາກ​ນະ​ໂຍ​ບາຍ​ພາ​ສີ ​ຂອງ ສ.​ອາ​ເມ​ລິກາ, ບໍ​ລິ​ສັດ​​ຂອງຕົນ​ໄດ້​ຍົກ​ເລີກການ​ຄາດ​ຄະ​ເນ ​ກ່ຽວ​ກັບ​ ການ​ເຕີບ​ໂຕດ້ານ​ຜົນ​ກຳ​ໄລ​ ໃນ​ປີ 2025 ເຊັ່ນກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments