Tuesday, May 6, 2025
Homeຂ່າວໜ້າໜຶ່ງລັດຖະມົນຕີຕ່າງປະເທດ ພົບປະກັບເລຂາທິການໃຫຍ່ອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ

ລັດຖະມົນຕີຕ່າງປະເທດ ພົບປະກັບເລຂາທິການໃຫຍ່ອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ

ຕອນເຊົ້າວັນທີ 2 ພຶດສະນາ 2025 ຜ່ານມາ ທີ່ບາງກອກ ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ Mathias Cormann, ເລຂາທິການໃຫຍ່ ຂອງອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ(OECD) ໃນໂອກາດນຳພາຄະນະຜູ້ແທນ ລາວ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແຜນງານ ໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມື ດ້ານເສດຖະກິດເພື່ອການພັດທະນາປະຈຳປີ 2025 ຫລື 2025 OECD- Southeast Asia Regional Forum.

ຈຸດປະສົງຫລັກຂອງການພົບປະສອງຝ່າຍຄັ້ງນີ້, ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OECD ໂດຍສະເພາະ ແມ່ນການປຶກສາຫາລືເພື່ອ ການຍາດແຍ່ງການຊ່ວຍເຫລືອຈາກອົງການ OECD ມາສູ່ ສປປ ລາວ ໂດຍຜ່ານໂຄງການອາຊີຕາເວັນອອກສຽງໃຕ້ (SEARP).

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈອົງການ OECD ທີ່ ໄດ້ເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມືດ້ານ ເສດຖະກິດເພື່ອການພັດທະນາ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ການຊຸກຍູ້ສົ່ງເສີມຮ່ວມມືອົງການ OECD ໂດຍສະເພາະໃນຂົງເຂດອາຊີຕາເວັນອອກ. ພ້ອມນັ້ນ, ຍັງໄດ້ແຈ້ງໃຫ້ອົງການ OECD ຊາບເຖິງບັນດາຂົງເຂດບູລິມະສິດ ຂອງ ສປປ ລາວ ເພື່ອຮ່ວມມືກັບສາກົນ ໂດຍສະເພາະການສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການພັດທະນາດ້ານ ພື້ນຖານໂຄງລ່າງ.

ທ່ານເລຂາທິການໃຫຍ່ຂອງອົງການ OECD ໄດ້ສະແດງຄວາມຊົມເຊີຍ ທີ່ຄະນະຜູ້ແທນຂອງ ສປປ ລາວ ໄດ້ ໃຫ້ຄວາມສຳຄັນໃນການເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້, ເຊິ່ງເປັນໂອ ກາດອັນດີໃຫ້ແກ່ ສປປ ລາວ ໃນການແລກປ່ຽນບົດຮຽນຮ່ວມກັບປະເທດຕ່າງໆ ກ່ຽວກັບການຮ່ວມມື, ການນຳໃຊ້ກົນໄກຂອງອົງການ OECD ເພື່ອຊຸກຍູ້ການພັດທະນາ ແລະ ປັບປຸງການກຳນົດນະໂຍບາຍພາຍໃນຂອງຕົນໃຫ້ນັບມື້ດີຂຶ້ນ. ພ້ອມນີ້, ທ່ານເລຂາທິການໃຫຍ່ຂອງອົງການ OECD ຍັງໃຫ້ຄໍາໝັ້ນສັນຍາໃນການສະໜັບສະໜູນ ການຮ່ວມມືສອງ ຝ່າຍກັບ ສປປ ລາວ ແລະ ໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ພົບປະກັນ ເພື່ອປຶກສາຫາລືໃນລາຍ ລະອຽດເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ກັບອົງການ OECD ແລະ ປະເທດສະ ມາຊິກ ເພື່ອນໍາເອົາຜົນປະໂຫຍດມາສູ່ ສປປ ລາວ.

ການພົບປະຄັ້ງນີ້, ເປັນຄັ້ງທຳອິດຂອງການນຳຂັ້ນສູງຂອງ ສປປ ລາວ ແລະ ເລຂາທິການໃຫຍ່ອົງການ OECD ນັບແຕ່ໄດ້ຮັບການສ້າງຕັ້ງ ເວທີປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະ ກິດເພື່ອການພັດທະນາ(SEARP) ຂຶ້ນນັບແຕ່ປີ 2014.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments