Tuesday, May 6, 2025
Homeຂ່າວພາຍໃນພຣະທາດນາງລາວ ແລະ ທົ່ງນາເງືອກຖືກຮັບຮອງເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ

ພຣະທາດນາງລາວ ແລະ ທົ່ງນາເງືອກຖືກຮັບຮອງເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ

ວັນທີ 2 ພຶດສະພາ 2025 ນີ້ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຮັບຮອງເອົາພຣະທາດນາງລາວແລະທົ່ງນາເງືອກ ເມືອງວິລະບູລີ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ເດີ່ນພຣະທາດນາງລາວບ້ານທາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ ບັນດາທ່ານຄະນະປະຈຳພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ ມີທ່ານ ວາລິຍະ ສີຈັນທອງທິບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງວິລະບູລີ ພ້ອມດ້ວຍມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີທ່ານ ໄພມະນີ ວົງໄຊຄໍາ ຮອງເຈົ້າເມືອງ ຕາງໜ້າການນໍາເມືອງວິລະບູລີ ແລະຕາງໜ້າຄະນະຮັບຜິດຊອບຄຸ້ມຄອງ ມໍຣະດົກ ຂັ້ນແຂວງ. ໄດ້ຂຶ້ນລາຍງານ ຜົນການຄົ້ນຄວ້າ, ສໍາຫຼວດ ແລະ ນໍາສະເໜີ ພຣະທາດນາງລາວ ແລະ ທົ່ງນາເງືອກ ເມືອງວິລະບູລີ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ຂອງແຂວງສະຫວັນນະເຂດ ເຊິ່ງທາງການນຳເມືອງວິລະບູລີ ໄດ້ປະສານສົມທົບກັບ ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງສະຫວັນນະເຂດ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ ແລະອໍານາດການປົກຄອງບ້ານທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດໃນການຄົ້ນຄວ້າ, ສໍາຫຼວດ, ເກັບກໍາຂໍ້ມູນ ແລະກໍານົດຂອບເຂດພື້ນທີ່ ທີ່ດິນມໍຣະດົກທາງດ້ານວັດທະນະທໍາ ຢູ່ຂອບເຂດພຣະທາດນາງລາວ ແລະທົ່ງນາເງືອກ ເມືອງວິລະບູລີ ຢ່າງເປັນລະບົບ. ຈາກນັ້ນທ່ານ ສົມພອນ ວິໄລວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽວແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາພຣະທາດນາງລາວເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງສະຫວັນນະເຂດ ແລະ ຜ່ານຂໍ້ຕົກລົງຮັບຮອງເອົາ ທົ່ງນາງເງືອກ ເປັນມໍລະດົກສະຖານ ຂັ້ນທ້ອງຖິ່ນຂອງແຂວງສະຫວັນນະເຂດ. ເຊິ່ງເປັນກຽດມອບໂດຍທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ໃຫ້ກຽດຮັບໂດຍທ່ານວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ. ໃນພິທີດັ່ງກ່າວຍັງໄດ້ຮັບຊົມການສະແດງແຫ່ກອງຕຸ້ມກອງຫາງຈາກບ້ານນ້ຳມະຮີ, ແກ້ວວິໄລ, ບ້ານໄຮ່ແລະການສະແດງບົດຟ້ອນຈາກໂຮງຮຽນ ມສ ພູຄຳ, ມສ ເມືອງວັງ,ສະຫະພັນແມ່ຍິງເມືອງ ແລະ ສະຫະພັນແມ່ຍິງບ້ານບຸ່ງຄຳ ມີນັກຟ້ອນ 1,000 ກວ່າຊີວິດ ເຮັດໃຫ້ງານຄັ້ງນີ້ເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments