ປັດຈຸບັນພະຍາດໄຂ້ເລືອດດໍ ກຳລັງລະບາດຢູ່ຈັງຫວັດມຸກດາຫານ, ປະເທດໄທ ເຊິ່ງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມ ເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ ເຮັດໃຫ້ສັດລ້ຽງຕາຍເປັນຈຳນວນຫລາຍ. ພະຍາດດັ່ງກ່າວ, ເກີດຈາກເຊື້ອກາລະໂລກ ທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດ ຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນ ໄດ້ເປັນເວລາດົນ, ສັດທີ່ໄດ້ຮັບເຊື້ອຈະມີອາການເລືອດເປັນພິດຢ່າງຮ້າຍແຮງ ເຮັດໃຫ້ເມັດເລືອດແດງແຕກ ແລ້ວສັດຈະສົ່ງເຊື້ອອອກທາງອາຈົມ, ນ້ຳຢຽວ, ນ້ຳນົມ, ເລືອດ ແລະ ອື່ນໆ. ພະຍາດໄຂ້ເລືອດດຳ ສາມາດຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດ ທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.
ສະນັ້ນ, ເພື່ອກະກຽມຄວາມພ້ອມໃນການຮັບມື ແລະ ເພື່ອເປັນການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັນ ພະຍາດໄຂ້ເລືອດດໍາ ທີ່ກຳລັງລະບາດຢູ່ປະເທດໄທ ແລະ ຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ລາມ ເຂົ້າມາ ສປປ ລາວ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະ ຄອນຫລວງວຽງຈັນ ໂດຍສະເພາະ ບັນດາແຂວງທີ່ມີຊາຍແດນ ເຊື່ອມຕໍ່ກັບປະເທດໄທ ໃນຂອບເຂດທົ່ວປະເທດ ໂຈະການນຳເຂົ້າ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ປະເພດ ງົວ, ຄວາຍ, ມ້າ, ໝູ, ແກະ ແລະ ແບ້ ຈາກປະທດໄທ ຢ່າງເດັດຂາດ ຈົນກວ່າສະພາບການລະບາດຂອງພະຍາດດັ່ງກ່າວ, ຈະກັບຄືນສູ່ສະພາບປົກກະຕິ ຫລື ຈົນກວ່າຈະມີການ ອອກແຈ້ງການ ເພື່ອລຶບລ້າງແຈ້ງການສະບັບນີ້.

ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງວຽງຈັນ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊີ້ນຳບັນດາ ດ່ານກວດກາສັດຕະວະແພດ ສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທີ່ເຊື່ອມຕໍ່ກັບປະເທດໄທ ເອົາໃຈໃສ່ ປະຕິບັດມາດຕະການ ປ້ອງກັນພະຍາດຢ່າງເຄັ່ງຄັດ ໂດຍເຂັ້ມງວດກວດກາ ແລະ ຫ້າມບໍ່ໃຫ້ນຳເຂົ້າ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ຈາກຣາຊະອານາຈັກໄທ ຢ່າງເດັດຂາດ. ພ້ອມກັນນັ້ນ, ຢູ່ຈຸດຜ່ານດ່ານແຕ່ລະຈຸດ ກໍໃຫ້ດໍາເນີນການສີດພົ່ນຢາຂ້າເຊື້ອ ຍານພາຫານະທຸກປະເພດ ທີ່ເຂົ້າມາ ຈາກຣາຊະອານາຈັກໄທ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອແຈ້ງການໃຫ້ອຳນາດການປົກຄອງບ້ານ, ຕາໜ່າງສັດຕະວະແພດບ້ານ, ຜູ້ປະກອບການ ແລະ ຊາວກະສິກອນຜູ້ລ້ຽງສັດ ເພີ່ມທະວີການເຝົ້າລະວັງ ແລະ ຕິດຕາມ ສະພາບຂອງສັດລ້ຽງ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຢ່າງໄກ້ຊິດ, ກໍລະນີ ຫາກພົບເຫັນ ຫລື ສົງໃສ ຕິດພະຍາດໄຂ້ເລືອດດໍາ ທັງໃນສັດລ້ຽງ ແລະ ຄົນໃຫ້ ແຈ້ງຕໍ່ເຈົ້າໜ້າທີ່ໆກ່ຽວຂ້ອງ ຢ່າງຮີບດ່ວນ. ຖ້າກໍລະນີເກີດມີສັດຕາຍ ໃຫ້ແຈ້ງຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍທັນທີເພື່ອລົງຕິດຕາມ, ກວດກາ ແລະ ບົ່ງມະຕິພະຍາດ ໃຫ້ທັນກັບສະພາບການ, ຫ້າມບໍ່ໃຫ້ຜ່າຊາກສັດຕາຍ ແລະ ນຳຊີ້ນສັດຕາຍ ໄປບໍລິໂພກ ແລະ ຂາຍ ຢ່າງເດັດຂາດ.
ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງວຽງຈັນ ສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຈັດຕັ້ງໂຄສະນາ ແລະ ເຜີຍແຜ່ ໃຫ້ຄວາມຮູ້ແກ່ກະສິກອນ ແລະ ຜູ້ປະກອບການ ເພື່ອໃຫ້ເຂົ້າໃຈກ່ຽວກັບຜົນກະທົບ ແລະ ຄວາມອັນຕະລາຍ ຂອງພະຍາດໄຂ້ເລືອດດຳ, ພ້ອມທັງ ແນະນຳໃຫ້ເອົາໃຈໃສ່ ການດູແລຮັກສາສຸຂະພາບສັດ, ການປ້ອງກັນພະຍາດສັດ ແລະ ການອານາໄມ ຂ້າເຊື້ອບ່ອນຢູ່ອາໃສຂອງສັດລ້ຽງ;ໃຫ້ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງວຽງຈັນ ຊີ້ນໍາຂະແໜງລ້ຽງສັດ ແລະ ການປະມົງແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ລົງເຄື່ອນໄຫວສັກຢາວັກຊິນປ້ອງກັນພະຍາດ ໃຫ້ສັດລ້ຽງຂອງປະຊາຊົນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ທ່ວງທັນຕາມລະດູການຢ່າງປົກກະຕິ ແລະ ຕໍ່ເນື່ອງ. ສໍາລັບເຂດທີ່ມີຄວາມສ່ຽງສູງ ຕໍ່ການລະບາດຂອງພະຍາດໄຂ້ເລືອດດຳ ແມ່ນໃຫ້ດໍາເນີນການສັກຢາປ້ອງກັນພະຍາດໄຂ້ເລືອດດຳ ໃຫ້ສັດລ້ຽງຢ່າງຮີບດ່ວນ ແລະ ທົ່ວເຖິງ; ໃນກໍລະນີ ການຈັດຕັ້ງປະຕິບັດວຽກງານຕົວຈິງຫາກພົບຄວາມຫຍຸ້ງຍາກ ໃຫ້ລາຍງານການນໍາຂັ້ນແຂວງ ແລະ ການນຳກະຊວງຮັບຊາບ ເພື່ອພິຈາລະນາຢ່າງຮີບດ່ວນ.