ໃນວັນທີ 1 ພຶດສະພາ ວັນກໍາມະກອນສາກົນ, ເຖິງແມ່ນວ່າເປັນໄລຍະວັນພັກຂອງຊາວຜູ້ອອກແຮງງານກໍຕາມ, ແຕ່ພະນັກງານທາງລົດໄຟລາວ-ຈີນ ຍັງຄົງໄດ້ອຸທິດຕົນເຮັດວຽກຢ່າງຕັ້ງໜ້າດ້ວຍເຫື່ອແຮງ ແລະ ສະຕິປັນຍາ. ທັງໝົດ ກໍເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ທີ່ມີທ່າອ່ຽງເພີ່ມຂຶ້ນ ແລະ ເພື່ອຮັບປະກັນໃຫ້ປະຊາຊົນຊາວຜູ້ອອກແຮງງານໄດ້ເດີນທາງກັບບ້ານໄປຫາຄອບຄົວ, ພໍ່ແມ່ພີ່ນ້ອງ ໄດ້ຢ່າງສະດວກສະບາຍໃນໄລຍະພັກວັນກຳມະກອນສາກົນນີ້.
ທຸກໆມື້ ໃນຕອນເຊົ້າ, ເວລາ 6:30 ໂມງ ທີ່ສະຖານີນະຄອນຫຼວງວຽງຈັນ, ພະນັກງານຂົນສົ່ງຜູ້ໂດຍສານ ໄດ້ມາກະກຽມເປັນທີ່ຮຽບຮ້ອຍເພື່ອເປີດສະຖານີ, ກວດປີ້, ກວດກະເປົາສຳພາລະ ໃຫ້ຜູ້ໂດຍສານຖ້ຽວທໍາອິດເຂົ້າສະຖານີ, ພ້ອມກະກຽມຄວາມພ້ອມຕ່າງໆໃນການອຳນວຍຄວາມສະດວກໃຫ້ຜູ້ໂດຍສານ. ສ່ວນພະນັກງານຂັບລົດໄຟກໍແຮ່ງໄດ້ຕື່ນແຕ່ເຊົ້າໆ ເພື່ອຂັບລົດໄຟອອກມາຈອດລໍຖ້າກຽມພ້ອມໃຫ້ບໍລິການແກ່ຜູ້ໂດຍສານຕັ້ງແຕ່ 6:00 ໂມງເຊົ້າ, ພະນັກງານສູນຄວບຄຸມການແລ່ນລົດໄຟ ກໍໄດ້ຈັດແຜນການແລ່ນລົດໄຟປະຈຳວັນໄວ້ເປັນທີ່ຮຽບຮ້ອຍຕັ້ງແຕ່ກາງຄືນຜ່ານມາ. ໃນແຕ່ລະມື້ ພະນັກງານທາງລົດໄຟຫຼາຍໆຕໍາ ແໜ່ງຕ້ອງເຮັດວຽກຈົນຮອດກາງຄືນ ເພື່ອຮັບສົ່ງຜູ້ໂດຍສານຖ້ຽວສຸດທ້າຍ ແລະ ກະກຽມວຽກໃນມື້ຕໍ່ໄປ.
ນາງ ເຂັມທອງ ພົມພອນ ພະນັກງານຂົນສົ່ງຜູ້ໂດຍສານປະຈໍາສະຖານີນະຄອນຫຼວງວຽງຈັນ ໄດ້ບອກກັບພວກເຮົາວ່າ: ເຖິງແມ່ນວ່າແຕ່ລະມື້ຈະຕ້ອງເຮັດວຽກຈົນເດິກດື່ນທ່ຽງຄືນ, ແຕ່ທຸກຄັ້ງທີ່ເຫັນຜູ້ໂດຍສານເດີນທາງອອກຈາກສະຖານີດ້ວຍຮອຍຍິ້ມ ແລະ ເຫັນຜູ້ໂດຍສານແຕ່ລະຂະບວນເດີນທາງໄປມາດ້ວຍຄວາມສະຫວັດດີພາບ ກໍເຮັດໃຫ້ຕົນເອງມີກຳລັງແຮງ ແລະ ຮູ້ສຶກວ່າວຽກທີ່ຕົນເອງເຮັດແມ່ນມີຄຸນຄ່າ.
ຂະນະທີ່ພະນັກງານຂົນສົ່ງຜູ້ໂດຍສານກໍາລັງນໍາພາຜູ້ໂດຍສານເຂົ້າສະຖານີ, ພະນັກງານຈຸລົດໄຟຖ້ຽວທຳອິດ ກໍໄດ້ມາກະກຽມຄວາມພ້ອມເທິງລົດໄຟເປັນທີ່ຮຽບຮ້ອຍ ເພື່ອນຳພາຜູ້ໂດຍສານຂຶ້ນລົດ, ຈັດຜູ້ໂດຍສານເຂົ້ານັ່ງ, ເກັບມ້ຽນສຳພາລະ ແລະ ເອົາໃຈໃສ່ຄວາມຕ້ອງການຂອງຜູ້ໂດຍສານທຸກຄົນ, ບໍ່ວ່າຈະເປັນການສື່ສານເປັນພາສາລາວ, ຈີນ, ອັງກິດ ແລະ ໄທ ກັບຜູ້ໂດຍສານ, ພະຍາຍາມສ້າງບັນຍາກາດການເດີນທາງທີ່ສະດວກສະບາຍທີ່ສຸດໃຫ້ແກ່ຜູ້ໂດຍສານ.

ນາງ ບຸນມີ ປັນຍາເດດ ຫົວໜ້າຈຸລົດໄຟໂດຍສານທໍາມະດາ ໄດ້ໃຫ້ຮູ້ວ່າ: ລົດໄຟທໍາມະດາແມ່ນໃຊ້ເວລາແລ່ນລົດຂ້ອນຂ້າງດົນ, ແຕ່ທຸກຄັ້ງທີ່ໄດ້ຍິນຄຳຂອບໃຈ ແລະ ເຫັນຮອຍຍິ້ມຂອງຜູ້ໂດຍສານ ກະເຮັດໃຫ້ຕົນເອງເຊົາເມື່ອຍ ແລະ ເພີດເພີນກັບການເຮັດວຽກນີ້.
ທີ່ສະຖານີດ່ານຂົນສົ່ງສິນຄ້າລົດໄຟວຽງຈັນໃຕ້, ພາຍໃຕ້ອາກາດທີ່ຮ້ອນອົບເອົ້າ 40 ກວ່າອົງສາ ພະນັກງານຂົນສົ່ງສິນຄ້າທາງລົດໄຟໄດ້ເຮັດວຽກຢ່າງຂະຫຍັນຂັນແຂງ ໄປໆມາໆລະຫວ່າງເດີ່ນວາງຕູ້ຄອນເທັນເນີ ແລະ ຫ້ອງເຮັດທຸລະກຳຂົນສົ່ງ ເພື່ອໃຫ້ບໍລິການ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການທັງຫຼາຍ ແລະ ຮັບປະກັນໃຫ້ສິນຄ້າໄດ້ຂົນສົ່ງຕາມເວລາ. ທ້າວ ໂອເລ່ ສີພານິດ ພະນັກງານຂົນສົ່ງສິນຄ້າປະຈຳສະຖານີວຽງຈັນໃຕ້ ໄດ້ກ່າວວ່າ: ເຖິງແມ່ນວ່າແຕ່ລະມື້ ເຫື່ອຈະອອກຈົນເສື້ອປຽກ, ແຕ່ພວກເຮົາກໍບໍ່ເຄີຍຄິດຈະປ່ອຍປະໜ້າທີ່ຂອງຕົນເອງ ເພາະພວກເຮົາຕ້ອງຮັບປະກັນການຂົນສົ່ງສິນຄ້າທາງລົດໄຟໃຫ້ມີປະສິດທິພາບທີ່ສຸດ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດການຄ້າຂອງລາວ.
ຢູ່ຂະແໜງສ້ອມແປງບຳລຸງຮັກສາຫົວຈັກລົດໄຟນະຄອນຫຼວງວຽງຈັນ, ພະນັກງານສ້ອມແປງ ແລະ ບຳລຸງຮັກສາຫົວຈັກລົດໄຟຕ້ອງເຮັດວຽກແຂ່ງກັບເວລາ ແລະ ຕ້ອງປະເຊີນໜ້າກັບອາກາດຮ້ອນ ເພື່ອກວດກາສ້ອມແປງອຸປະກອນທຸກຊິ້ນສ່ວນຂອງລົດໄຟ, ເຮັດວຽກແຕ່ເຊົ້າຈົນຄໍ່າ. ນາງ ພອນພິມົນ ມອນຈັນດີ ພະນັກງານສ້ອມແປງບຳລຸງຮັກສາຫົວຈັກລົດໄຟ ໄດ້ກ່າວວ່າ: ວຽກສ້ອມແປງບໍາລຸງຮັກສາແມ່ນກ່ຽວຂ້ອງກັບຄວາມປອດໄພຂອງຊີວິດຜູ້ໂດຍສານ. ສະນັ້ນ, ບໍ່ວ່າຈະຮ້ອນ ຫຼື ເມື່ອຍ, ພວກເຮົາຕ້ອງຮັບປະກັນຄວາມປອດໄພຂອງການແລ່ນລົດໄຟມາກ່ອນເປັນຫຼັກ.
ທີ່ສູນສ້ອມແປງບໍາລຸງຮັກສາຫຼວງພະບາງ, ພະນັກງານທາງລົດໄຟໄດ້ເຮັດວຽກທັງກາງເວັນ ແລະ ກາງຄືນ ເພື່ອຮັບປະກັນພື້ນຖານໂຄງລ່າງ ແລະ ອຸປະກອນກົນຈັກຕ່າງໆຂອງແລວທາງລົດໄຟແມ່ນຢູ່ໃນສະພາບທີ່ດີທີ່ສຸດ. ຕອນກາງເວັນທີ່ແດດແຮງກ້າຕ້ອງໄດ້ເຮັດວຽກແຂ່ງກັບເວລາ, ອາໄສເວລາທີ່ບໍ່ມີລົດແລ່ນ, ອອກກວດກາລາດຕະເວນຕາມແລວທາງລົດໄຟ ເພື່ອບໍ່ໃຫ້ມີສິ່ງກີດຂວາງ ເຊັ່ນ: ກ້ອນຫີນ, ກິ່ງໄມ້, ໂຕສັດ ແລະ ອື່ນໆ. ຕອນກາງຄືນໄດ້ນຳໃຊ້ອຸປະກອນກວດກາລາງລົດໄຟ, ລະບົບໄຟຟ້າ ແລະ ອຸປະກອນຕ່າງໆຕາມແລວທາງລົດໄຟ ເພື່ອໃຫ້ລົດໄຟສາມາດແລ່ນໄດ້ດ້ວຍຄວາມປອດໄພ.
ທ້າວ ວົງທໍ່ ຈົງເລົ່າ ພະນັກງານສູນສ້ອມແປງບໍາລຸງຮັກສາຫຼວງພະບາງໄດ້ກ່າວວ່າ: ພວກເຮົາແມ່ນ “ວິລະຊົນຜູ້ຢູ່ເບື້ອງຫຼັງ” ຂອງຄວາມສຳເລັດດ້ານຄວາມປອດໄພໃນການແລ່ນລົດໄຟ, ທຸກຄັ້ງທີ່ພວກເຮົາເຫັນລົດໄຟຂົນສົ່ງສິນຄ້າ ແລະ ຂົນສົ່ງຜູ້ໂດຍສານໄປມາຮອດຈຸດໝາຍປາຍທາງດ້ວຍຄວາມປອດໄພ, ແມ່ນເຮັດໃຫ້ພວກເຮົາພາກພູມໃຈຫຼາຍ, ເພາະພວກເຮົາໄດ້ເປັນສ່ວນໜຶ່ງຂອງຄວາມສຳເລັດນັ້ນ.
ນັບແຕ່ລົດໄຟລາວ-ຈີນເປີດດໍາເນີນງານເປັນຕົ້ນມາ, ປະລິມານຜູ້ໂດຍສານ ແລະ ສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນັບແຕ່ເດືອນທັນວາ 2021 ມາຮອດວັນທີ 30 ເມສາ 2025, ສາມາດຂົນສົ່ງຜູ້ໂດຍສານໄດ້ 9,280,000 ກວ່າເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ 13,150,000 ກວ່າໂຕນ. ໃນນັ້ນ, ສະເພາະປີ 2025 ມາຮອດວັນທີ 30 ເມສາ, ສາມາດຂົນສົ່ງຜູ້ໂດຍສານໄດ້ຈຳນວນ 1,407,000 ເທື່ອຄົນ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຂົນສົ່ງສິນຄ້າໄດ້ 1,991,000 ໂຕນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ທາງລົດໄຟລາວ-ຈີນ ໄດ້ກາຍເປັນ ” ເສັ້ນທາງທອງຄຳ” ໃນການຊຸກຍູ້ການພັດທະນາດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ກໍດ້ວຍການທຸ່ມເທເສຍສະຫຼະຂອງພະນັກງານລົດໄຟລາວ-ຈີນ ຜູ້ເປັນວິລະຊົນຢູ່ເບື້ອງຫຼັງໃນທຸກເທດສະການ.
(ຂ່າວ: ລົດໄຟ ລາວ-ຈີນ)