ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດພິທີສະເລີມສະຫລອງ “ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ” ເປັນຂີດໝາຍປະຫວັດສາດທີ່ສໍາຄັນໂດດເດັ່ນໃນການສ້າງສາ, ປົກປັກຮັກສາປະເທດຊາດ, ສິ້ນສຸດການຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດເອົາເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບໃນເວລາ 30 ປີ; ສິ້້ນຊຸດແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກວ່າໜຶ່ງສະຕະວັດ; ນໍາພາປະເທດຊາດເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ.
ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ ໄດ້ມີຄໍາເຫັນໃນພິທີສະເຫລີມສະຫລອງວັນສໍາຄັນດັ່ງກ່າວໃນວັນທີ 30 ເມສາ 2025 ນີ້ວ່າ: ພາຍຫລັງການປະຕິວັດເດືອນສິງຫາ ປີ 1945 ໄດ້ຮັບໄຊຊະນະຢ່າງສົມບູນ, ປະເທດສາທາລະ ນະລັດ ປະຊາທິປະໄຕຫວຽດນາມ ໄດ້ສ້າງຕັ້ງຂຶ້ນ, ແຕ່ປະຊາຊົນຫວຽດນາມ ຖືກຕົກເຂົ້າໃນສົງຄາມ ສອງຄັ້້ງ ເພື່ອສູ້ປົກປັກຮັກສາເອກະລາດ ແລະ ທ້ອນໂຮມປະເທດຊາດ. ການຕໍ່ສູ້ຕ້ານລ່າເມືອງຂຶ້ນແບບເກົ່າສິ້ນຊຸດແລ້ວ, ປະຊາຊົນຫວຽດນາມ ມຸ່ງຫວັງຈະມີຊີວິດທີ່ມີສັນຕິພາບ, ເອກະລາດ, ເສລີ ພາບ. ແຕ່ຈັດກະພັດລ່າເມືອງຂຶ້ນແບບໃໝ່ ໄດ້ເຂົ້າມາແທນ ເພື່ອມາຮຸກຮານຫວຽດນາມ, ປະຕິບັດກົນອຸບາຍແບ່ງແຍກປະເທດຫວຽດນາມ, ປ່ຽນຫວຽດນາມກາຍເປັນຫົວເມືອງຂຶ້ນແບບໃໝ່, ກາຍເປັນປະເທດແຖວໜ້າຂອງການຕ້ານ, ສະກັດກັ້ນກອມມູນິດຢູ່ອາຊີອາຄະເນ ແລະ ບັນດາກໍາລັງທີ່ກ້າວໜ້າອື່ນໆໃນໂລກ.
ເຖິງວ່າປະເທດຊາດພົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮ້າຍແຮງດຸເດືອດຢ່າງຫລວງ ຫລາຍກໍຕາມ, ແຕ່ດ້ວຍການສືບທອດມູນເຊື້ອຂອງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງບັນພະບູລຸດທີ່ມີກຽດສະຫງ່າລາສີ, ມີບັນດາບົດຮຽນອັນປະເສີດໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນແບບເກົ່າ, ດ້ວຍຫລັກໝັ້ນການເມືອງທີ່ໜັກແໜ້ນ ແລະ ຄວາມຮູ້ປັນຍາອັນປີຊາສາມາດ, ດ້ວຍການເສີມກໍາລັງແຮງຂອງປະຊາຊົນ ແລະ ຄວາມສາມັກຄີທົ່ວປວງຊົນທັງຊາດ, ຍາດແຍ່ງການຊ່ວຍເຫລືອຈາກບັນດາປະເທດເພື່ອນມິດ, ກໍາລັງແຮງທີ່ກ້າວໜ້າ ແລະ ປະຊາຊົນທີ່ຮັກສັນຕິພາບໃນໂລກ. ພັກເຮົາ ແລະ ປະທານ ໂຮ່ຈີ່ມິງ ໄດ້ນໍາພາກອງທັບ ແລະ ປະຊາຊົນ ຫວຽດນາມ ປະຕິບັດສອງໜ້າທີ່ຍຸດທະສາດ: ການປະຕິວັດສັງຄົມນິຍົມ ຢູ່ພາກເໜືອ ແລະ ການປະຕິວັດປະຊາທິປະໄຕ ປະຊາຊົນ ຢູ່ພາກໃຕ້, ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຢ່າງເດັດຂາດ. ດ້ວຍຄວາມມຸ່ງຫວັງປົກປັກຮັກສາເອກະລາດ, ທ້ອນ ໂຮມປະເທດຊາດເປັນເອກະພາບ, ດ້ວຍຈິດໃຈ ບໍ່ມີຫຍັງອັນປະເສີດກວ່າເອກະລາດ, ໃນທົ່ວທຸກແຫ່ງຂອງປະເທດ ແຕ່ໝູກນາມ ຮອດ ກ່າເມົາ ປະຊາຊົນລ້ວນແຕ່ຮ່ວມຈິດຮ່ວມໃຈຕໍ່ສູ້ຕ້ານຜູ້ຮຸກຮານ ແລະ ຢູ່ບ່ອນໃດກໍມີການເສຍສະລະ, ຄວາມອົງອາດກ້າຫານ ແລະ ໄຊຊະນະນອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນຫວຽດນາມ. ດ້ວຍແນວຄິດຈິດໃຈທີ່ເດດດຽວໜຽວແໜ້ນເພື່ອປ່ອຍພາກໃຕ້, ພວກເຮົາພ້ອມໆກັນກ້າວໄປ. ດັ່ງນັ້ນ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະເທື່ອລະກ້າວເພື່ອກ້າວໄປສູ່ໄຊຊະນະຢ່າງສົມບູນ ເຊິ່ງໄຊຊະນະອັນຍອດຍິ່ງແມ່ນບັ້ນຮົບໂຮ່ຈີ່ມິງ , ທ້ອນໂຮມປະເທດຊາດເປັນເອກະພາບ.
ໄຊຊະນະຂອງພາກລະກິດການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ເລີ່ມຕົ້ນດ້ວຍການ ນໍາພາຢ່າງຖືກຕ້ອງ, ປີຊາສາມາດຂອງພັກ, ມີແນວທາງການສົງຄາມປະຊາຊົນ, ດໍານເນີນປະຕິວັດດ້ວຍກໍາລັງແຮງມະຫາສາມັກຄີສາກົນ, ຈາກການສົມທົບການຕໍ່ສູ້ດ້ວຍການທະຫານ, ຕໍ່ສູ້ດ້ວຍການເມືອງ, ການທູດ ແລະ ເລືອກເອົາກາລະໂອກາດຢ່າຖືກຕ້ອງ, ສຸມກໍາລັງແຮງໃນການບຸກຕີ ແລະ ລຸກຮືຂຶ້ນ; ດ້ວຍກໍາລັງແຮງຢ່າງເຂັ້ມແຂງຈາກພາກເໜືອ ເພື່ອຕອບສະໜອງໃຫ້ແກ່ພາກໃຕ້ດ້ວຍຈິດໃຈ: ທັງເຂົ້າທັງທະຫານບໍ່ໃຫ້ຂາດຢ່າງເດັດຂາດ, ເດີນຂ້າມຜ່ານສາຍພູຫລວງເພື່ອກູ້ຊາດ. ໂດຍໄດ້ຮັບການຊ່ວຍເຫລືອອັນຍິ່ງໃຫຍ່, ໝົດຈິດໝົດໃຈ ແລະ ມີປະສິດທິຜົນຈາກສະຫະພາບໂຊວຽດ, ຈີນ ແລະ ບັນດາປະເທດສັງຄົມນິຍົມອ້າຍນ້ອງ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ-ກໍາປູເຈຍ, ຂອງປະຊາຊົນ ແລະ ກໍາລັງແຮງຮັກສັນຕິພາບ, ກໍາລັງແຮງກ້າວໜ້າຂອງໂລກ ລວມທັງກໍາລັງກ້າວໜ້າຂອງອາເມລິກາ. ພິເສດ, ໄຊຊະນະຍິ່ງໃຫຍ່ລະດູບານໃໝ່ປີ 1975 ເປັນສິ່່ງລະດົມກໍາລັງໃຈຂະ ບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນໂລກເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ ເຊິ່ງເລີ່ມຕົ້ນດ້ວຍການໂຄ່ນລົ້ມຂອງລ່າເມືອງຂຶ້ນແບບໃໝ່ໃນທົ່ວໂລກ, ສ້າງບາດກ້າວສໍາຄັນໃນປະຫວັດສາດໂລກໃນສະຕະວັດທີ XX.
ສະຫາຍ ໂຕ ເລິມ ຍັງໄດ້ກ່າວອີກວ່າ: ມະຫາໄຊຊະນະລະດູບານໃໝ່ 1975 ໄດ້ນໍາມາເຊິ່ງບົດຮຽນອັນລໍ້າຄ່າ ຕໍ່ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນເຮົາ ນັ້ນແມ່ນ ບົດຮຽນໃນການເສີມຂະຫຍາຍກໍາລັງແຮງປະຊາຊົນ ກັບຄວາມມະຫາສາມັກຄີ, ສົມທົບກໍາລັງແຮງຊົນຊາດ ກັບກໍາລັງແຮງຍຸກສະໄໝ; ບົດຮຽນດ້ານການເສີມຂະຫຍາຍຈິດໃຈຮັກຊາດ, ເຄົາລົບນັບຖືຕົນເອງ, ເອກ ອ້າງທະນົງໃຈຕໍ່ຊາດ, ຈິດໃຈເອກະລາດແຫ່ງຊາດ, ເປັນເຈົ້າຕົນເອງ, ອົງອາດກ້າຫານ, ຈິດໃຈຕໍ່ສູ້ຍາດເອົາໄຊຊະນະຢ່າງເດັດດຽວໜຽວແໜ້ນຂອງທົ່ວພັກ, ທົ່ວກອງທັບ; ຍົກສູງຄັນທຸງເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ, ກໍານົດເສັ້ນທາງທີ່ຖືກຕ້ອງ, ແທດເໝາະກັບ ເງື່ອນໄຂ ແລະ ຈຸດພິ ເສດຂອງການ ປະຕິວັດຫວຽດນາມ; ບົດຮຽນການນໍາໃຊ້ ແລະ ພັດທະນາປະດິດສ້າງແບບວິທີການຕໍ່ສູ້ປະຕິວັດ ແລະ ວິທີດໍາເນີນການສົງຄາມທົ່ວປວງຊົນ, ພັດທະນາທິດສະດີສົງຄາມປະຊາຊົນ ແລະ ສິລະປະຍຸດການທະຫານຫວຽດນາມ; ບົດຮຽນໃນການສ້າງ, ກໍາແໜ້ນກາລະໂອກາດ ແລະ ດໍາເນີນຂະຫຍາຍໄວ, ຄວາມເປັນເຈົ້າການ, ວ່ອງໄວ, ຄ່ອງແຄ່ວ, ປະດິດສ້າງ ແລະ ພະຍາຍາມຕັດສິນໃຈດໍາເນີນການ ແລະ ລຸກຂຶ້ນຕໍ່ສູ້ລະດູບານໃໝ່ ປີ 1975 ຍາດເອົາໄຊຊະນະຮອບດ້ານ; ບົດຮຽນດ້ານຄວາມຮັກແພງເມດຕາປານີ, ປອງດອງປວງຊົນທັງຊາດ, ປົກປິດອະດີດ, ເປີດອະນາຄົດໃໝ່ພາຍ ຫລັງໄຊຊະນະ; ບົດຮຽນອັນຍິ່ງໃຫຍ່, ພ້ອມທັງແມ່ນປັດໃຈແຖວໜ້າຕັດສິນຊີ້ຂາດ ໄຊຊະນະຂອງມະຫາໄຊຊະນະລະດູບານໃໝ່ປີ 1975 ແມ່ນຮັກສາການນໍາພາຂອງພັກ, ກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ຍົກສູງຄວາມຮູ້ສາມາດການນໍາພາ ແລະ ການຕໍ່ສູ້ຂອງພັກຕະຫລອດເວລາດໍາເນີນການປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປົກປັກຮັກສາຜົນງານຕ່າງໆຂອງລັດທິສັງຄົມນິຍົມ.