ໃນຕອນບ່າຍຂອງວັນທີ 30 ເມສາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ປະທານອາຊຽນ ປີ 2025. ຈຸດປະສົງຂອງການໂອ້ລົມໂທລະສັບດັ່ງກ່າວ ແມ່ນເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ, ພ້ອມທັງແຈ້ງຄວາມຄວາມຄືບໜ້າ ແລະ ປຶກສາຫາລືການດໍາເນີນການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025, ລວມທັງການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ການຟື້ນຟູຈາກເຫດການແຜ່ນດິນໄຫວຮ້າຍແຮງ ຢູ່ ມຽນມາ ຊຶ່ງເກີດຂຶ້ນໃນທ້າຍເດືອນມີນາ 2025 ຜ່ານມາ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ໂດຍສະເພາະພາຍໃຕ້ການນໍາພາຂອງທ່ານນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ທີ່ໄດ້ ດໍາເນີນໜ້າທີ່ເປັນປະທານອາຊຽນນັບແຕ່ຕົ້ນປີ 2025 ຢ່າງຫ້າວຫັນ ແລະ ມີປະສິດທິພາບ, ລວມທັງການສືບຕໍ່ຄວາມພະຍາຍາມລວມຂອງອາຊຽນ ໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບ ມຽນມາ ແລະ ອື່ນໆ.
ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນອັນຮີບດ່ວນໃນການສຸມໃສ່ການຊ່ວຍເຫຼືອຜູ້ປະສົບໄພ ແລະ ຟື້ນຟູຜົນກະທົບຈາກແຜ່ນດິນໄຫວຮ້າຍແຮງທີ່ເກີດຂຶ້ນຢູ່ ມຽນມາ, ໂດຍສະເພາະການສ້າງເງື່ອນໄຂ ແລະ ສະພາບແວດລ້ອມອັນປອດໄພໃຫ້ແກ່ການເຂົ້າຊ່ວຍເຫຼືອດ້ານມະນຸດສະທໍາ. ໄລຍະຜ່ານມາ ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳຈາກເຫດການແຜ່ນດິນໄຫວຢູ່ ມຽນມາ ເປັນຕົ້ນແມ່ນ ໄດ້ມອບເງິນຊ່ວຍເຫຼືອ ມຽນມາ ຈຳນວນ 2 ແສນໂດລາ, ໄດ້ສົ່ງເຈົ້າໜ້າທີ່ກູ້ໄພໄປຊ່ວຍເຫຼືອດ້ານມະນຸດສະທຳຢູ່ ມຽນມາ ຈຳນວນ 33 ຄົນ ແລະ ປະກອບພະນັກງານເຂົ້າໃນທີມງານຕອບໂຕ້ ແລະ ປະເມີນສຸກເສີນອາຊຽນ ຮ່ວມກັບສູນປະສານງານການຊ່ວຍເຫຼືອດ້ານມະນຸດສະທຳອາຊຽນ (AHA Centre).

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັບ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ບັນດາປະເທດສະມາຊິກອາຊຽນອື່ນ ເພື່ອຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ກໍຄືເພື່ອພາລະກິດລວມ ແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)