ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດບຣິກສ ທີ່ດຳເນີນເປັນເວລາ 2 ວັນ ໄດ້ປິດລົງຢູ່ນະຄອນຣີໂອເດີຈາເນໂຣ ຂອງບຣາຊິນ ຫວ່າງບໍ່ດົນມານີ້.
ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດບຣິກສຄັ້ງນີ້ໄດ້ອອກຖະແຫຼງການປະທານ ໂດຍກ່າວຢ້ຳວ່າ: ຈະສຸມກຳລັງເຂົ້າໃນການເພີ່ມທະວີຂອບການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງປະເທດບຣິກສ, ດຳເນີນການຮ່ວມມືພາຍໃຕ້ 3 ເສົາຄ້ຳໃຫຍ່ແຫ່ງການຮ່ວມມື ຄື: ຄວາມໝັ້ນຄົງດ້ານນະໂຍບາຍ, ເສດຖະກິດການເງິນ ແລະ ການແລກປ່ຽນດ້ານວັດທະນະທຳ. ລັດຖະມົນຕີກະຊວງການຕ່າງປະເທດຂອງບັນດາປະເທດໄດ້ກ່າວຢ້ຳວ່າຈະສຸມກຳລັງເຂົ້າໃນການຢຶດໝັ້ນປະຕິບັດຕາມຈິດໃຈປະເທດບຣິກສ, ເພີ່ມທະວີການຮ່ວມມືປະເທດເຂດໂລກໃຕ້, ບັນລຸການບໍລິຫານທີ່ໂອບເອື້ອອາລີ ແລະ ແບບຍືນຍົງກວ່າເກົ່າ.
ຖະແຫຼງການໄດ້ສະແດງຄວາມຊົມເຊີຍຕໍ່ອິນໂດເນເຊຍ ທີ່ເຂົ້າເປັນປະເທດສະມາຊິກບຣິກສ ພ້ອມທັງ ຊົມເຊີຍເບຣາລຸດຊີ, ໂບລີວີ, ກາຊັກສະຖານ, ກູບາ, ນີເຊຣີ, ມາເລເຊຍ, ໄທ, ອູກັນດາ ແລະ ອຸດສະເບກິດສະຖານ ໄດ້ກາຍເປັນປະເທດຄູ່ຮ່ວມຂອງບຣິກສນັບແຕ່ວັນທີ 1 ມັງກອນປີ 2025 ເປັນຕົ້ນໄປ.