ວັນທີ 28 ເມສາ 2025 ຜ່ານມານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຊື ສຽວຫລິນ ເຈົ້າແຂວງເສສວນ, ສປ ຈີນ ພ້ອມຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ຊື ສຽວຫລິນ ທີ່ໄດ້ນຳພາຄະນະເດີນທາງມາເຄື່ອນໄຫວຢ້ຽມຢຽມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ການເຄື່ອນໄຫວເຮັດວຽກຮ່ວມກັບນະຄອນຫລວງວຽງຈັນ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບເພື່ອມິດຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມຈິດໃຈ 4 ດີ ລາວ-ຈີນ, ຈີນ-ລາວ ແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ ໂດຍສະ ເພາະ ນະຄອນຫລວງວຽງຈັນ ແລະ ແຂວງເສສວນ ກໍຄື ການຮ່ວມມືດ້ານເສດຖະກິດ, ກະສິກຳ, ການສຶກສາ, ກິລາ ແລະ ການທ່ອງທ່ຽວ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສືບຕໍ່ ຮ່ວມກັນສ້າງກົນໄກຮ່ວມມື, ປະສານງານເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ທາງດ້ານເສດຖະກິດ, ການທ່ອງທ່ຽວ, ຊຸກຍູ້ສົ່ງເສີມ ແລະ ດຶງດູດໂຄງການລົງທຶນຂອງພາກທຸລະກິດ ປະກອບສ່ວນສໍາຄັນເຂົ້າໃນພາລະກິດ ສ້າງສາພັດທະນາໃນໄລຍະໃໝ່ ຂອງສອງປະເທດ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ທ່ານ ນາງ ຊື ສຽວຫລິນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຮອງນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງສະ ພາບພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງເສສວນ ລວມທັງການພົວພັນຮ່ວມມື ລະຫວ່າງແຂວງເສສວນ ກັບນະຄອນຫລວງວຽງຈັນ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຢູ່ ສປປ ລາວ. ພ້ອມກັນນັ້ນ ຍັງໄດ້ເຊື້ອເຊີນໃຫ້ຄະນະຝ່າຍລາວ ໄປຢ້ຽມຢາມ ແລະ ທ່ອງທ່ຽວ ແຂວງເສສວນ ນໍາອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ