ວັນທີ 29 ເມສານີ້, ໃນເວລາສຳຫຼວດຢູ່ນະຄອນຊຽງໄຮ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ກ່າວເນັ້ນໜັກວ່າ, ນະຄອນຊຽງໄຮ້ໄດ້ແບກຫາບໜ້າທີ່ແຫ່ງການສ້າງໃຫ້ເປັນສູນກາງປະດິດສ້າງໃໝ່ ດ້ານວິທະຍາສາດເຕັກໂນໂລຊີສາກົນ, ຕ້ອງກຳແໜ້ນໂອກາດ, ຖືການຮັບໃຊ້ຍຸດທະສາດແຫ່ງຊາດເປັນທິດຊີ້ນຳ, ເພີ່ມທະວີບົດບາດທີ່ເປັນແຫຼ່ງນຳສະເໜີນະໂຍບາຍແຫ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະບົດບາດນຳໜ້າຂະແໜງອຸດສາຫະກຳລະດັບສູງຢ່າງບໍ່ຢຸດຢັ້ງ, ເລັ່ງລັດສ້າງເປັນສູນກາງແຫ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີທີ່ມີບົດບາດໃນທົ່ວໂລກ.
ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຄວນເລັ່ງລັດສ້າງນະຄອນຊຽງໄຮ້ ໃຫ້ເປັນສູນກາງແຫ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີທີ່ມີບົດບາດໃນທົ່ວໂລກ
RELATED ARTICLES