Tuesday, April 29, 2025
Homeຂ່າວຕ່າງປະເທດຈຸບິນອະວະກາດຈີນ ສຳເລັດການຜັດປ່ຽນກັນໃນວົງໂຄຈອນ

ຈຸບິນອະວະກາດຈີນ ສຳເລັດການຜັດປ່ຽນກັນໃນວົງໂຄຈອນ

ວິທະຍຸສາກົນແຫ່ງ ສປ ຈີນ, ຈຸບິນອະວະກາດປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ 19 ແລະ ຈຸບິນອະວະກາດປະຈຳ ຍານອະວະກາດບັນທຸກຄົນ ເຊີນໂຈ່ວ 20 ໄດ້ຈັດພິທີ ຜັດປ່ຽນກັນ, ສອງຈຸບິນອະວະກາດ ໄດ້ມອບກະແຈ ຂອງສະຖານີ ອະວະກາດຈີນ ໃຫ້ກັນ. ຫ້ອງການ ໂຄງການ ການບິນອະວະກາດ ບັນທຸກຄົນ ຂອງ ສປ ຈີນ ໃຫ້ຮູ້ວ່າ: ຈຸບິນອະວະກາດ ປະຈຳ ຍານອະວະກາດ ບັນທຸກຄົນ ເຊີນໂຈ່ວ 19 ໄດ້ສຳເລັດ ພາລະກິດ ທີ່ຖືກ ມອບໝາຍ ທັງໝົດ, ຈະຂີ່ຍານອະວະກາດ ບັນທຸກຄົນ ເຊີນໂຈ່ວ 19 ຈະກັບຄືນ ທີ່ເດີ່ນຈອດ ຕົ່ງເຟີ່ງ ໃນວັນທີ 29 ເມສານີ້.ປັດຈຸບັນນີ້, ເດີ່ນຈອດ ແລະ ລະບົບ ກວດກາ ຕົວເລກຕ່າງໆ ພວມກະກຽມ ໃຫ້ດີ ເພື່ອຕ້ອນຮັບ ນັກບິນ ອະວະກາດ ກັບບ້ານ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments