Tuesday, April 29, 2025
Homeຂ່າວໜ້າໜຶ່ງຮອງປະທານສະພາແຫ່ງຊາດລາວ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຮອງປະທານສະພາແຫ່ງຊາດລາວ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນໍາໂດຍ ສະຫາຍ ພົທ ສຸວອນ ເລືອງບຸນມີ ກຳມະ ການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ໄດ້ສໍາເລັດການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 20-26 ເມສາ 2025.

ໂອກາດນີ້, ສະຫາຍ ພົທ ສຸວອນ ເລືອງບຸນມີ ໄດ້ພົບປະເຮັດວຽກ ແລະ ປຶກສາຫາລືກັບຝ່າຍຫວຽດນາມ ນຳໂດຍ ສະຫາຍ ເຈິ່ນ ກວາງ ເຟືອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມຖານສະຫາຍອ້າຍນ້ອງ ເຊິ່ງຈຸດປະສົງຂອງການໄປຢ້ຽມຢາມຄັ້ງນີ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໂດຍສະເພາະ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ; ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ເພື່ອປະຕິບັດຕາມຜົນຂອງການພົບປະລະຫວ່າງສະຫາຍຮອງປະທານສະພາແຫ່ງລາວ ແລະ ຮອງປະທານສະພາແຫ່ງຊາດຫວຽດນາມ ໃນເດືອນຕຸລາ 2024 ໃນການແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດພາລະບົດບາດຂອງສະພາແຫ່ງຊາດ, ຮ່ວມກັນຕິດຕາມກວດກາ ແລະ ຊຸກຍູ້ການຮັກສາຄວາມສະຫງົບຊາຍແດນ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນໃນເຂດຫ່າງໄກທຸລະກັນດານ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາຊົນນະບົດ.

ຈາກນັ້ນ, ສະຫາຍ ພົທ ສຸວອນ ເລືອງບຸນມີ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິ່ນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ເຊິ່ງສອງຝ່າຍໄດ້ແຈ້ງສະ ພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ; ຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ທີ່ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ສະຫາຍປະທານສະພາແຫ່ງຊາດຫວຽດນາມ ຍັງໄດ້ໃຫ້ທິດຊີ້ນໍາໃນການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ຕາມບົດບັນທຶກຂອງສອງສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ; ເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງກວ່າເກົ່າ, ຮ່ວມກັນຕິດຕາມກວດກາ ແລະ ຊຸກກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ທີ່ສອງປະເທດໄດ້ລົງນາມຮ່ວມກັນ ໂດຍສະເພາະຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຊ່ວຍເຫລືອເພື່ອການພັດທະນາ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຫ່າງໄກທຸລະກັນດານ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາຕາມບໍລິເວນຊາຍແດນຂອງສອງປະເທດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ພ້ອມກັນນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເດີນທາງໄປຢ້ຽມຢາມແຂວງເຊີນລາ ແລະ ແຂວງດຽນບຽນ ເຊິ່ງໄດ້ພົບປະເຮັດວຽກກັບຄະນະພັກ, ຄະນະນໍາ ກໍຄື ສະພາປະຊາຊົນຂອງສອງແຂວງ ໂດຍໄດ້ປຶກສາຫາລື, ຕິດຕາມກວດກາການປະຕິບັດ ບັນດາໂຄງການພັດທະນາຊົນນະບົດເຂດຫ່າງໄກສອກຫລີກຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ແລະ ຮັບຟັງການລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ນອກຈາກນັ້ນ, ຍັງໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດຈໍານວນໜຶ່ງຂອງແຂວງດຽນບຽນ.

ນອກຈາກນັ້ນ, ຄະນະຜູ້ແທນລາວ ໄດ້ມີໂອກາດພົບປະຢ້ຽມຢາມພະນັກງານສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments