ວັນທີ 25 ເມສາ 2025, ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທ ຄັ້ງທີ 152 ໄດ້ສິ້ນສຸດລົງຢ່າງຈົບງາມ.
ການເຄື່ອນໄຫວລາດຕະເວນຄັ້ງນີ້ ເລີ່ມປະຕິບັດໃນວັນທີ 22 ເມສານີ້, ໄດ້ດຳເນີນໄປເປັນເວລາ 4 ວັນ 3 ຄືນ, ໄລຍະທາງເດີນເຮືອຫຼາຍກວ່າ 600 ກິໂລແມັດ. ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດໄດ້ສົ່ງເຮືອປະຕິບັດກົດໝາຍທັງໝົດ 6 ລຳ, ແລະເຈົ້າໜ້າທີ່ປະຕິບັດກົດໝາຍ 125 ຄົນ.
ໃນໄລຍະຈັດການເຄື່ອນໄຫວ, ຄະນະຜູ້ແທນຂອງ 4 ປະເທດໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານຢູ່ເມືອງຫ້ວຍຊາຍຂອງລາວ ໃນວັນທີ 23 ເມສານີ້, ເພື່ອເພີ່ມທະວີການແລກປ່ຽນ ແລະ ຮ່ວມມືລະຫວ່າງພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດ, ຝ່າຍຕ່າງໆໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຄວບຄຸມເຂດລ້ອງແມ່ນ້ຳ, ການເຊື່ອມໂຍງເຊື່ອມຈອດກັນ, ການປາບປາມອາຊະຍະກຳຂ້າມຊາດ ແລະ ວຽກງານອື່ນໆ.
ທີ່ມາ: CMG