Monday, April 28, 2025
Homeຂ່າວຕ່າງປະເທດຜູ້ຕ້ອງຫາການຫລອກລວງທາງໂທລະຄົມຢູ່ມຽນມາ ຫລາຍກວ່າ 920 ຄົນ ຖືກສົ່ງໃຫ້ ສປ ຈີນ

ຜູ້ຕ້ອງຫາການຫລອກລວງທາງໂທລະຄົມຢູ່ມຽນມາ ຫລາຍກວ່າ 920 ຄົນ ຖືກສົ່ງໃຫ້ ສປ ຈີນ

ວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍຂອງ​ມຽນ​ມາ​ ໄດ້​ສົ່ງ​ຜູ້​ຕ້ອງ​ຫາ​ການຫລອກ​ລວງ ​ທາງ​ໂທ​ລະ​ຄົມສັນ​ຊາດ​ຈີນ ຫລາຍກວ່າ 920 ​ຄົນ​ ທີ່​ຖືກ​ຈັບ​ກຸມຢູ່​ເມືອງຕາງຢັນ ​ທາງພາກ​ໃຕ້ ລັດ​ຊານ​ຂອງ​ມຽນມາ ​ກ່ອນ​ໜ້າ​ນີ້ໄປ​ໃຫ້​ຝ່າຍ ສປ ​ຈີນ ໂດຍ​ຜ່ານ​ດ່ານ​ຕາ​ໂລ້​ກິ່ງ ​ແຂວງສິບ​ສອງ​ພັ່ນ​ນາ ​ແຂວງ​ຢຸນ​ນານ​ ຂອງ ສປ ຈີນ, ຄຽງ​ຄູ່​ກັບ​ວຽກ​ງານ​ ສະ​ເພາະ​ກິດໃນການ​ປາບ​ປາມ​ອາ​ຊະ​ຍາ​ກຳ​ ການຫລອກ​ລວງ​ທາງ​ໂທ​ລະ​ຄົມ ແລະ ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ທີ່​ມີ​ຄົນ​ຈີນ ​ເຂົ້າ​ຮ່ວມ​ ຢູ່​ພາກ​ເໜືອ ​ຂອງ​ມຽນ​ມາ​ ກ້າວ​​ສູ່​ລວງ​ເລິກ, ສອງ​ຝ່າຍ ສປ ​ຈີນ-​ມຽນ​ມາ​ ໄດ້​ຮ່ວມ​ມືປະ​ຕິ​ບັດ​ກົດ​ໝາຍ ​ແລະ ​ເຄື່ອນ​ໄຫວ​​ປາບ​ປາມ ​ໂດຍສາມາດ​ຈັບ​ກຸມ​ຜູ້​ຕ້ອງ​ຫາສັນ​ຊາດ​ຈີນ ໄດ້ຫລາຍກວ່າ 55.000 ຄົນ, ກຸ່ມ​ອາ​ຊະ​ຍາ​ກຳ​ການຫລອກ​ລວງທາງ​ໂທ​ລະ​ຄົມ ​ຢູ່​ພາກ​ເໜືອ ​ຂອງ​ມຽນ​ມາ​ ​ໄດ້​ຖືກ​ທຳ​ລາຍຢ່າງ​ໜັກ​ໜ່ວງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments