Friday, April 25, 2025
Homeຂ່າວໜ້າໜຶ່ງສະຫາຍ ເລືອງ ເກືອງ ຢ້ຽມຊົມພິພິທະພັນ ໄກສອນ ພົມວິຫານ

ສະຫາຍ ເລືອງ ເກືອງ ຢ້ຽມຊົມພິພິທະພັນ ໄກສອນ ພົມວິຫານ

ພາຍຫຼັງທີ່ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ພ້ອມຄະນະຄະນະຜູ້ແທນຂັ້ນສູງ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ໃນວັນທີ 25 ເມສານີ້ ທີ່ ພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025. ສະຫາຍ ພ້ອມຄະນະຜູ້ແທນຂັ້ນສູງ ກໍໄດ້ຢ້ຽມຊົມພິພິທະພັນ ໄກສອນ ພົມວິຫານ ແລະ ລົງນາມປຶ້ມບັນທຶກການຢ້ຽມຢາມ.

ສະຫາຍ ເລືອງ ເກືອງ ໄດ້ລົງນາມປຶ້ມບັນທຶກການຢ້ຽມຢາມ ມີເນື້ອໃນທີ່ສຳຄັນ ຊຶ່ງສະຫາຍໄດ້ເນັ້ນຍໍ້າວ່າ: ສາຍພົວພັນທີ່ສັດຊື່ ຫາໄດ້ຍາກ, ມີໜຶ່ງດຽວໃນໂລກ ລະຫວ່າງສອງປະເທດ ຫວຽດນາມ-ລາວ, ຜ່ານສາຍພົວພັນນັ້ນ, ໄດ້ປະກອບສ່ວນເພີ່ມທະວີ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບພັດທະນາ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments