ໃນວັນທີ 25 ເມສາ 2025 ຄະນະກໍາມາທິະການແມ່ນໍ້າຂອງສາກົນ (ຄມສ) ໄດ້ຈັດງານວັນແມ່ນໍ້າຂອງ 2025 ຂຶ້ນທີ່ນະຄອນຫຼວງວຽງຈັນ, ເຊິ່ງເປັນງານສະຫຼອງຄົບຮອບ 30 ປີ ຂອງຂໍ້ຕົກລົງແມ່ນ້ຳຂອງປີ 1995. ການສະເຫຼີມສະຫຼອງຄັ້ງນີ້ໄດ້ເຕົ້າໂຮມເອົາບັນດາຜູ້ຕາງໜ້າຈາກປະເທດສະມາຊິກ ຄມສ, ຄູ່ຮ່ວມພັດທະນາ, ຄະນະທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ບຸສະດີ ສັນຕິພິທັກ, ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງ ກ່າວວ່າ: ປີກາຍນີ້, ພວກເຮົາໄດ້ເຜີຍແຜ່ບົດລາຍງານສະພາບການອ່າງແມ່ນ້ຳຂອງປີ 2023 ແລະ ແຜນທີ່ແມ່ນ້ຳຂອງ ເຊິ່ງສະແດງໃຫ້ເຫັນວ່າ ພາກພື້ນແມ່ນ້ຳຂອງໄດ້ມີການປ່ຽນແປງທີ່ສຳຄັນໃນຫຼາຍທົດສະວັດທີ່ຜ່ານມາ. ເຖິງແມ່ນວ່າຈະມີຂົງເຂດທີ່ມີການພັດທະນາໃນທາງບວກ, ແຕ່ກໍ່ຍັງມີບາງຂົງເຂດທີ່ຈະຕ້ອງໄດ້ຮັບການພິຈາລະນາຢ່າງຮອບຄອບ ແລະ ການຮ່ວມມືກັນແກ້ໄຂ. ຂະແໜງການທີ່ກ່ຽວຂ້ອງກັບນ້ຳໃນແມ່ນ້ຳຂອງຕອນລຸ່ມປະກອບສ່ວນຢ່າງສຳຄັນຕໍ່ເສດຖະກິດຂອງພາກພື້ນ, ສ້າງລາຍຮັບເກືອບ 63 ຕື້ໂດລາສະຫະລັດຕໍ່ປີ, ໂດຍມີອຸດສາຫະກຳສຳຄັນເຊັ່ນ: ການປູກເຂົ້າ, ການປະມົງ ແລະ ພະລັງງານໄຟຟ້ານ້ຳຕົກ ທີ່ມີບົດບາດສຳຄັນ.

ລວມຍອດຜະລິດຕະພັນພາຍໃນ (GDP) ທີ່ກ່ຽວຂ້ອງກັບຂະແໜງພະລັງງານ, ກະສິກຳ, ການເດີນເຮືອ ແລະ ການປະມົງ ຄາດວ່າມີມູນຄ່າ 133,7 ຕື້ໂດລາສະຫະລັດ. ໃນສອງທົດສະວັດທີ່ຜ່ານມາ, ສະພາບການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ໂດຍມີການເຂົ້າເຖິງນ້ຳສະອາດ, ສຸຂາພິບານ, ໄຟຟ້າ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານທີ່ດີຂຶ້ນ. ເຂດລຸ່ມແມ່ນ້ຳຂອງຍັງປະເຊີນກັບສິ່ງທ້າທາຍທີໃຫຍ່ຫຼວງທີ່ສຸດໃນດ້ານສິ່ງແວດລ້ອມ, ຈາກການເຊື່ອມໂຊມຂອງຕະກອນ ແລະ ເຂດດິນທາມ ຈົນເຖິງລະດັບຄວາມເຄັມທີ່ເພີ່ມຂຶ້ນ. ການຂຸດຊາຍ ແລະ ມົນລະພິດຈາກພລາສຕິກຍັງເປັນບັນຫາທີ່ຕ້ອງເອົາໃຈໃສ່ຢ່າງຕໍ່ເນື່ອງ. ພາຍໃນງານສະເຫຼີມສະຫຼອງຄົບຮອບ 30 ປີ, ຄມສ ໄດ້ປະກາດຜູ້ຊະນະການແຂ່ງຂັນເພງແມ່ນ້ຳຂອງ – ການແຂ່ງຂັນປະກວດດົນຕີລະດັບພາກພື້ນເປັນຄັ້ງທຳອິດທີ່ໄດ້ເຕົ້າໂຮມເອົາສິລະປິນທີ່ມີຊື່ສຽງ ແລະ ສິລະປິນໜ້າໃໝ່ຈາກທົ່ວແມ່ນ້ຳຂອງຕອນລຸ່ມ ເພື່ອສະແດງອອກເຖິງຄວາມຜູກພັນຂອງເຂົາເຈົ້າຕໍ່ແມ່ນ້ຳຜ່ານດົນຕີ.

ບັນດາຜູ້ເຂົ້າຮອບສຸດທ້າຍໄດ້ຮ່ວມສະແດງສົດໃນງານວັນແມ່ນ້ຳຂອງທີ່ນະຄອນຫຼວງວຽງຈັນ, ເຊິ່ງການສະແດງຂອງເຂົາເຈົ້າໄດ້ດຶງດູດຜູ້ຊົມດ້ວຍເນື້ອເພງ, ເຄື່ອງດົນຕີທ້ອງຖິ່ນ ແລະ ການເລົ່າເລື່ອງທີ່ມີພະລັງ. ບົດເພງທີ່ຊະນະເລີດ “Never Run Dry” ສະແດງໂດຍວົງ Seathencity, ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຄະນະກຳມະການດ້ວຍເນື້ອເພງທີ່ມີລັກສະນະກະວີນິພົນ ກ່ຽວກັບຄວາມສາມັກຄີ, ຄວາມອົດທົນ ແລະ ຄວາມຮັບຜິດຊອບຮ່ວມກັນຕໍ່ອະນາຄົດຂອງແມ່ນ້ຳ.