Friday, April 25, 2025
Homeຂ່າວໜ້າໜຶ່ງປະທານປະເທດຫວຽດນາມ ຢ້ຽມຢາມອະດີດການນໍາລາວ

ປະທານປະເທດຫວຽດນາມ ຢ້ຽມຢາມອະດີດການນໍາລາວ

ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ວັນທີ 24-25 ເມສາ 2025 ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມຢາມອະດີດການນໍາ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

ໂອກາດດັ່ງກ່າວ, ສະຫາຍ ເລືອງ ເກືອງ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດຢ້ຽມຢາມບັນດາສະຫາຍອະດີດການນໍາຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ຈາກບັນດາການນໍາຂັ້ນສູງຂອງ ສສ ຫວຽດນາມ ກໍຄື ໃນນາມສ່ວນຕົວຂອງ ສະຫາຍ ເລືອງ ເກືອງ. ພ້ອມນີ້, ກໍໄດ້ຖືໂອກາດ ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ຫາກໍ່ຜ່ານພົ້ນໄປ ມາຍັງບັນດາສະຫາຍອະດີດການນໍາ ສປປ ລາວ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວຕະຫລອດໄປ.

ໃນຂະນະດຽວກັນ, ບັນດາສະຫາຍອະດີດການນໍາ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ບັນດາສະຫາຍອະດີດການນໍາ ໄດ້ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ໄດ້ກໍ່ຕັ້ງ, ຖະນຸຖະໜອມ ແລະ ບັນດາຮຸ່ນການນໍາ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ເສຍສະລະເລືອດເນື້ອ, ເຫື່ອແຮງປົກປັກຮັກສາ, ເພີ່ມພູນຄູນສ້າງ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນແບບພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ຈົ່ງໝັ້ນຄົງຂະນົງແກ່ນ ຊົ່ວກາລະນານ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ປະທານປະເທດ ເລືອງ ເກືອງ ແລະ ຄະນະ ຍັງໄດ້ໄປວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ, ວາງກະຕ່າດອກໄມ້ ແລະ ຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ, ວາງກະຕ່າດອກໄມ້ ແລະ ຢ້ຽມຊົມ ອານຸສອນສະຖານ ປະທານ ສຸພານຸວົງ ແລະ ໄດ້ໄປຢ້ຽມຢາມ ຄອບຄົວຂອງ ປະທານ ໄກສອນ ພົມວິຫານ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments