Friday, April 25, 2025
Homeຂ່າວຕ່າງປະເທດສສ ຫວຽດນາມ-ສ.ອາເມລິກາ ເລີ່ມດຳເນີນການເຈລະຈາດ້ານເສດຖະກິດ-ການຄ້າ

ສສ ຫວຽດນາມ-ສ.ອາເມລິກາ ເລີ່ມດຳເນີນການເຈລະຈາດ້ານເສດຖະກິດ-ການຄ້າ

ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ຫງວຽນ ຮົ່ງຢຽນ, ລັດຖະມົນຕີ ກະຊວງອຸດ ສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໂອ້ລົມ ທາງໂທລະສັບກັບ ທ່ານ Jamieson L.Greer, ຫົວໜ້າ ຜູ້ຕາງໜ້າ ທາງດ້ານການຄ້າ ອາເມລິກາ ເພື່ອເລີ່ມດຳເນີນການ ເຈລະຈາ ກ່ຽວກັບ ບັນຫາ ເສດຖະກິດ, ການຄ້າສອງຝ່າຍ ລະຫວ່າງ ສສ ຫວຽດນາມ ແລະ ສ.ອາເມລິກາ ຢ່າງເປັນທາງການ.ໃນການໂອ້ລົມ ທາງໂທລະສັບ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຫົວໜ້າ ຄະນະເຈລະຈາ ລັດຖະບານ ຫວຽດນາມ ຢັ້ງຢືນວ່າ: ສສ ຫວຽດນາມ ພ້ອມແລ້ວ ທີ່ຈະເຈລະຈາ ແກ້ໄຂບັນດາ ບັນຫາທີ່ ສ.ອາເມລິກາ ມີຄວາມສົນໃຈ, ພ້ອມກັບ ສ.ອາເມລິກາ ຊອກຫາບັນດາ ມາດຕະການ ທີ່ເໝາະສົມ ເພື່ອຕ່າງຝ່າຍ ຕ່າງມີຜົນປະໂຫຍດ, ບົນຈິດຜົນປະໂຫຍດ ກົມກຽວ, ຄວາມສ່ຽງແບ່ງປັນ.ສ່ວນທ່ານ Jamieson L.Greer ຫົວໜ້າຜູ້ຕາງໜ້າທາງດ້ານການຄ້າ ອາເມລິກາ ຕີລາຄາສູງ ເລື່ອງສອງປະເທດເຫັນດີ ເຈລະຈາຂໍ້ຕົກລົງ ດ້ານການຄ້າ ສອງຝ່າຍ; ສະແດງ ຄວາມເຊື່ອໝັ້ນວ່າ ສອງຝ່າຍ ຈະບັນລຸໄດ້ ບັນດາມາດຕະການ ທີ່ເໝາະສົມ, ຊຸກຍູ້ການພົວພັນ ດ້ານເສດຖະກິດ-ການຄ້າ ເປັນປົກກະຕິ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສິ້ນສຸດການເຮັດວຽກ, ຫົວໜ້າເຈລະຈາ ສອງຝ່າຍ ກໍເຫັນດີ ຈະຮັກສາການພົວພັນແລກປ່ຽນ ລະຫວ່າງ ຫົວໜ້າ ຄະນະເຈລະຈາ ແລະ ຂັ້ນເຕັກນິກວິຊາການ ເປັນປະຈຳ ເພື່ອຍູ້ໄວວິວັດທະນາການ ເຈລະຈາ ສຳລັບ ແຕ່ລະບັນຫາລະອຽດ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments