ວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ອິລຮາມ ເຮດາ ໂອກລູ ອາລິເຢຟ, ປະທານາທິບໍດີອາແຊກໄບຊານ ທີ່ເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດຢູ່ຫໍສະພາປະຊາຊົນ ແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ. ປະມຸກລັດສອງປະເທດ ໄດ້ປະກາດສ້າງສາຍພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ ແລະ ອາແຊກໄບຊານ. ຫລັງຈາກພົບປະເຈລະຈາກັນ, ປະມຸກລັດ ສອງປະເທດ ໄດ້ຮ່ວມກັນ ລົງນາມໃນ “ຖະແຫລງການຮ່ວມ ວ່າດ້ວຍການສ້າງສາຍພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປ ຈີນ ກັບ ອາແຊກໄບຊານ” ແລະ ໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ໃນການລົງນາມ ເອກະສານ ການຮ່ວມມື 20 ສະບັບ ໃນຂົງເຂດຕ່າງໆ ເຊັ່ນ: ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຕຸລາການ, ການພັດທະນາຕາມທິດສີຂຽວ, ເສດຖະກິດດີຈີຕອນ, ຊັບສິນ ທາງປັນຍາ ແລະ ການບິນອະວະກາດເປັນຕົ້ນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ