Home ຂ່າວຕ່າງປະເທດ ສາຍພົວພັນມິດຕະພາບລາວ-ຈີນ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ

ສາຍພົວພັນມິດຕະພາບລາວ-ຈີນ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ

0
5

ມື້ນີ້ ວັນທີ 25 ເມສາ ເປັນມື້ທີ່ມີຄວາມໝາຍສຳຄັນຍ່ິງຂອງສອງ ປະເທດ ສປປ ລາວ ແລະ ສປ ຈີນ ເພາະເປັນມື້ສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຈີນ ຄົບ ຮອບ 64 ປີ (25 ເມສາ 1961-25 ເມສາ2025). ຕະຫລອດໄລຍະ 64 ປີແຫ່ງການຮ່ວມມືເຫັນວ່າການຮ່ວມມືລະຫວ່າງ 2 ຝ່າຍນັບມື້ກວ້າງຂວາງ ຊຶ່ງເປັນການເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມ ປະກອບສ່ວນອັນໃໝ່ໃນການຊຸກຍູ້ການຮ່ວມມືກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນໃນທຸກຂົງເຂດວຽກງານ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ  ລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີຕະຫລອດໄປ. ໃນໄລຍະທີ່ ສປປ ລາວ ຍັງບໍ່ໄດ້ຮັບການສະຖາປານາການພົວພັນຮ່ວມມືລາວ-ຈີນ ແມ່ນຢູ່ໃນຮູບແບບການສະໜັບສະໜູນຊ່ວຍເຫລືອໃຫ້ແກ່ພາລະກິດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດຂີ່ຂູດຮີດໃນຖານະທີ່ສອງປະເທດມີເສັ້ນຊາຍແດນຕິດຈອດກັນເປັນປະເທດບ້ານໃກ້ເຮືອນຄຽງ ສິ່ງສຳຄັນແມ່ນມີພັກກອມມູນິດນຳພາການປະຕິບັດຄືກັນ. ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງໄດ້ຢູ່ຄຽງຂ້າງໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ການປະຕິບັດລາວ ທັງດ້ານວັດຖຸ, ຈິດໃຈ, ທັງໃນເວທີສາກົນພາກພື້ນ, ມີການໄປມາຢ້ຽມຢາມກັນຕະຫລອດມາ, ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນ ປີ 1959 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຂອງພັກປະຊາຊົນລາວ (ພັກປະຊາຊົນປະຕິບັດລາວ ໃນປັດຈຸບັນ) ໄດ້ໄປຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ນຳທ່ານອື່ນໆໄປຢ້ຽມຢາມ ສປ ຈີນ ຫລາຍຄັ້ງ ເພື່ອແຈ້ງສະພາບການຂອງການປະຕິວັດລາວ, ປຶກສາຫາລືກ່ຽວກັບບັນຫາການຊ່ວຍເຫລືອຂອງ ສປ ຈີນ ໃຫ້ແກ່ການປະຕິວັດລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານປະສົມແຫ່ງຊາດ ນຳໂດຍສະເດັດເຈົ້າສຸວັນນະພູມານາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນເອກະສານທີ່ສຳຄັນວ່າດ້ວຍການສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 25 ເມສາ 1961 ນັ້ນ ແມ່ນເຫດການທ່ີສຳຄັນໃນປະຫວັດສາດຂອງການພົວພັນລາວ-ຈີນ.

 ໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງ 2 ປະເທດ ໄດ້ກ້າວຂ້ຶນສູ່ລະດັບສູງສຸດ ເມື່ອຜູ້ນໍາທັງສອງປະເທດໄດ້ມອງກວ້າງ ເຫັນໄກໄດ້ຍົກລະດັບການພົວພັນລະຫວ່າງ ຈີນ ແລະ ລາວ ໃຫ້ເປັນການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ. ອັນໄດ້ເຮັດໃຫ້ການພົວພັນກ້າວເຂົ້າສູ່ໄລຍະພັດທະນາໃໝ່ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ ຮ່ວມມືທີ່ດີຕະຫລອດໄປ. ພາຍຫລັງ ຍົກລະດັບການຮ່ວມມືຂອງສອງ ປະເທດ ລາວ-ຈີນ ມາເປັນຄູ່ຮ່ວມ ມືຍຸດທະສາດຮອບດ້ານການພົວ ພັນລະຫວ່າງ 2 ປະເທດ ລາວ- ຈີນ ກໍໄດ້ມີບາດກ້າວຂະຫຍາຍຕົວ ຢ່າງແຂງແຮງ ໂດຍສະເພາະດ້ານ ເສດຖະກິດ, ການຄ້າ ແລະ ການລົງທຶນ ນັບມື້ເພີ່ມຂຶ້ນປະກອບສ່ວນສໍາຄັນເຂ້ົາການພັດທະນາເສດຖະກິດ-ສັງຄົມຂອງລາວ.

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ທີ່ມີມູນເຊື້ອອັນດີງາມ ແລະ ບົນພື້ນຖານແຫ່ງການພົວພັນອັນໜັກແໜ້ນຕາມຈິດໃຈໝັ້ນຄົງ, ຍາວນານ, ຮັກແພງກັນຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈກັນ ແລະ ຮ່ວມມືກັນຢ່າງຮອບດ້ານ. ເຮັດໃຫ້ການພົວພັນລະຫວ່າງສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະພັດທະນາອັນໃໝ່ ແລະ ກວ້າງຂວາງກວ່າເກົ່າ. ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມເພື່ອຊຸກຍູ້ການຮ່ວມມືກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ໃນທຸກຂົງເຂດວຽກງານ ລະຫວ່າງ ສອງປະເທດ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຕາມທິດ 4 ດີຄື: ເປັນເພ່ືອນບ້ານໄກ້ຄຽງທ່ີດີ, ເປັນເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ເພື່ອຕອບສະໜອງຄວາມມຸ່ງຫວັງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃນຕໍ່ໜ້າຈະໄດ້ສຸມໃສ່ຮ່ວມມືກັນພັດທະນາບາງດ້ານທີ່ສຳຄັນ. ພ້ອມນັ້ນກໍຕ້ອງໄດ້ເພ່ີມ ທະວີການພັດທະນາສາຍພົວພັນທັງສອງຝ່າຍໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປບົນພື້ນຖານຄວາມສະເໝີພາບ, ເອກະລາດ, ບໍ່ແຊກແຊງພາຍໃນຂອງກັນ ແລະ ກັນຕ່າງຝ່າຍຕ່າງມີຜົນປະໂຫຍດໂດຍຊອບທຳ, ຮ່ວມມືພັດທະນາເຂດພາກພື້ນ ແລະ  ໃນໂລກ, ສະໜັບສະໜູນບົດບາດເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນເພ່ືອປົກປັກຮັກສາສັນຕິ ພາບ ແລະ ການພັດທະນາຂອງໂລກ.

ການຮ່ວມມືຂອງສອງປະເທດໃນຫລາຍປີຜ່ານມາ ໄດ້ເຮັດໃຫ້ການລົງທຶນຂອງຈີນຢູ່ລາວກໍໄດ້ເພີ່ມຂຶ້ນ, ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ, ການເຊື່ອມໂຍງເຂົ້າກັນທາງດ້ານຄົມມະນາຄົມ ແລະ ການຄ້າໄດ້ມີການພັດທະນາຢ່າງກ້າວກະໂດດ ຊຶ່ງສິ່ງທີ່ເຫັນໄດ້ຢ່າງປະ ຈັກຕາທີ່ສຸດແມ່ນຜົນສຳເລັດຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ຈີນ-ລາວ ໂດຍປັດຈຸບັນໄດ້ມີການເຊື່ອມລະຫວ່າງສອງປະເທດແລ້ວຊຶ່ງເຮັດໃຫ້ການຄົມມະນາຄົມທາງບົກຂອງສອງປະເທດ ກໍຄືໃນພາກພ້ືນສະດວກສະບາຍຍ່ິງຂ້ຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນໃຫ້ນັບມື້ເພີ່ມຂຶ້ນ. ຂະນະທີ່ທາງດ່ວນ ວຽງຈັນ-ວັງວຽງສາຍທຳອິດຂອງລາວທີ່ເປີດນໍາໃຊ້ແລ້ວນັ້ນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ ເຮັດໃຫ້ລະບົບການຄົມມະນາຂອງລາວມີໂສມໜ້າທີ່ວ່ອງໄວ ແລະ ທັນສະໄໝຍິ່ງຂຶ້ນ. ພ້ອມນີ້, ທັງສອງຝ່າຍໄດ້ເພີ່ມທະວີການຮ່ວມມືໃນເວທີສາກົນກໍຄືພາກພື້ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ນັບແຕ່ ພັກ ປປ ລາວ ແລະ ພັກກອມມູນິດຈີນ ໄດ້ສ້າງສາຍພົວພັນການທູດຮ່ວມກັນການພົວພັນຂອງສອງພັກ ແລະ ປະຊາຊົນສອງຊາດ ກໍນັບມ້ືແໜ້ນແຟ້ນຍ່ິງຂ້ຶນຍ່ິງໃນສະພາບການໃໝ່ທີ່ຫຍຸ້ງຍາກສັບສົນ ໂດຍຍຶດໝັ້ນອຸດົມການດຽວກັນນັ້ນ ໄດ້ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ຈີນ ຂະຫຍາຍຕົວກວ້າງຂວາງ ແລະ ຮອບດ້ານຍິ່ງໆຂຶ້ນ.

(ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ, ວັນທີ 25 ເມສາ 1961-25 ເມສາ 2025)

NO COMMENTS

LEAVE A REPLY

Please enter your comment!
Please enter your name here