ວິທະຍຸສາກົນແຫ່ງ ສປ ຈີນ, ກອງບັນຊາການໃຫຍ່ ຂອງກອງທັບປ້ອງກັນຊາດມຽນມາ ໄດ້ອອກຖະແຫລງການວ່າ: ເພື່ອຮັບປະກັນໃຫ້ເຂດປະສົບໄພແຜ່ນດິນໄຫວ ສືບຕໍ່ໄດ້ຮັບການສ້າງສາຄືນໃໝ່ຢ່າງມີປະສິດທິຜົນ, ກອງທັບປ້ອງກັນຊາດມຽນມາ ຈະແກ່ຍາວເວລາຢຸດຍິງຊົ່ວຄາວອອກໄປຈົນຮອດ ວັນທີ 30 ເມສານີ້. ປັດຈຸບັນ, ລັດຖະບານມຽນມາ ພວມສືບຕໍ່ຊຸກຍູ້ວຽກງານການສ້າງສາຄືນໃໝ່ຢູ່ເຂດປະສົບໄພແຜ່ນດິນໄຫວ. ຈຸດສຸມໃນປັດຈຸບັນແມ່ນສ້ອມແປງສະຖານທີ່ເຮັດວຽກຂອງລັດຖະບານ, ເຮືອນຢູ່ຂອງປະຊາຊົນ ແລະ ພື້ນຖານໂຄງລ່າງດ້ານຄົມມະນາຄົມທີ່ຖືກທຳລາຍ, ລວມເຖິງການຊຸກຍູ້ການພັດທະນາ ດ້ານກະສິກຳ ແລະ ອຸດສາຫະກຳທີ່ເນັ້ນໃສ່ການຜະລິດເປັນພື້ນຖານ. ປັດຈຸບັນຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນ 3.759 ຄົນ, ບາດເຈັບ 5.107ຄົນ ແລະ ສູນຫາຍ 114ຄົນ. ຂະນະທີ່ໜ່ວຍງານກູ້ໄພຕ່າງໆ ຍັງສືບຕໍ່ໃຫ້ການຊ່ວຍເຫລືອຜູ້ເຄາະຮ້າຍໃນຄັ້ງນີ້ຢ່າງຮີບດ່ວນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ