ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ດ່ານພາສີຊຽງໄຮ້ຈີນ ເປີດເຜີຍວ່າ: ໃນໄຕມາດທີໜຶ່ງປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກ ລະຫວ່າງນະຄອນຊຽງໄຮ້ ກັບປະເທດສະມາຊິກອາຊຽນ ບັນລຸເຖິງ 143,52 ຕື້ຢວນ ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ ເພີ່ມຂຶ້ນ 7,1% ຄຽງຄູ່ກັບການສ້າງເຂດການຄ້າເສລີຈີນ-ອາຊຽນ ສະບັບ 3,0 ພັດທະນາໄປຢ່າງຕໍ່ເນື່ອງ, ດ່ານພາສີເຂດທ່າກຳປັ່ນ ວ້າຍກ່າວສຽງຊຽງໄຮ້ ໄດ້ຊຸກຍູ້ການປະຕິບັດມາດຕະການທີ່ອຳນວຍຄວາມສະດວກຕ່າງໆ ເຊັ່ນ: “ການແຈ້ງຜ່ານດ່ານພຽງໃຊ້ສອງຂັ້ນຕອນ”, “ບັນທຸກສິນຄ້າໂດຍກົງ ພາຍຫລັງສິນຄ້າສົ່ງເຖິງທ່າກຳປັ່ນ” ແລະ ອື່ນໆ ເພື່ອຊ່ວຍຊຸກຍູ້ການຮ່ວມມືເສດຖະກິດການຄ້າ ລະຫວ່າງ ຊຽງໄຮ້ ກັບປະເທດສະມາຊິກອາຊຽນ. ໃນໄຕມາດທີໜຶ່ງປີນີ້, ດ່ານພາສີເຂດທ່າກຳປັ່ນວ້າຍກ່າວສຽວຊຽງໄຮ້ໄດ້ຄ້ຳປະກັນມູນຄ່າຂາເຂົ້າ-ຂາອອກ ກັບປະເທດສະມາຊິກອາຊຽນຫລາຍກວ່າ 190 ຕື້ຢວນ ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ ເພີ່ມຂຶ້ນ 7,3%.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ