Thursday, April 24, 2025
Homeທຸລະກິດເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນ ຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນ ຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ບໍລິສັດເບຍລາວ ຈຳກັດ ແລະ ບໍລິສັດລາວເວີນ ຈຳກັດ ເຊັນສັນຍາຮ່ວມມືທາງຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການກະຈາຍສິນຄ້າ ແລະ ຍົກລະດັບປະສົບການຂອງຜູ້ບໍລິ ໂພກ ຜ່ານຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງ ໃນຮູບແບບການຮ່ວມມື ໄລຍະຍາວລະຫວ່າງສອງບໍລິສັດຜູ້ນຳລະດັບປະເທດ ເຊິ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 23 ເມສາ 2025 ຢູ່ສຳນັກງານໃຫຍ່ ບໍລິສັດ ເບຍລາວ ຈຳກັດ ໂດຍການຮ່ວມລົງນາມລະຫວ່າງ ທ່ານ Henrik Juel Andersen ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ນາງ ສີພອນຄຳ ດວງດາລາ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເວີນ ຈຳກັດ.

ການຮ່ວມມືໃນຄັ້ງນີ້, ທັງສອງບໍລິສັດມີເປົ້າໝາຍທີ່ຈະຈຳໜ່າຍຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ແບບຄົບວົງຈອນ ໃນພື້ນທີ່ໃຫ້ບໍລິການຂອງ ບໍລິສັດ ລາວເວີນ ຈຳກັດ ໃນນະຄອນຫລວງວຽງຈັນ ລວມທັງສູນວາງສະແດງສິນຄ້າ ໄອເຕັກ(ITECC) ແລະ ຫ້າງສັບພະສິນຄ້າ ITECC ເພື່ອຮັບປະກັນໃຫ້ຜູ້ບໍລິໂພກ ເຂົ້າເຖິງຜະລິດຕະພັນທີ່ມີຄຸນນະພາບລະດັບສາກົນ, ພ້ອມກັບການບໍລິການທີ່ເປັນເລີດ ແລະ ສະດວກສະບາຍ.

ໃນພິທີ ທ່ານ Henrik Juel Andersen ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືນີ້ວ່າ: ການຮ່ວມມືກັບບໍລິສັດ ລາວເວີນ ຈຳກັດ ເຊິ່ງເປັນບໍລິສັດຜູ້ນຳໜ້າ ດ້ານຂະແໜງການຄ້າ ແລະ ການບໍລິການຂອງ ສປປ ລາວ ແມ່ນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນໃນການມອບຄວາມເປັນເລີດ ແລະ ປະສົບການໃໝ່ໆໃຫ້ແກ່ຜູ້ບໍລິໂພກ. ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ໄດ້ມີການຮ່ວມມືກັນມາເປັນເວລາດົນນານແລ້ວ ແລະ ໃນມື້ນີ້ ພວກເຮົາໄດ້ຍົກລະດັບການຮ່ວມມືຂຶ້ນອີກ. ສຳລັບ ບໍລິສັດ ເບຍລາວ ຈຳກັດ ການຮ່ວມມືນີ້ເປັນໂອກາດໃນການຂະຫຍາຍຕະຫລາດ ໂດຍຜ່ານເຄືອຂ່າຍຮ້ານຄ້າຂາຍຍ່ອຍ ແລະ ລູກຄ້າຂອງ ບໍລິສັດ ລາວເວີນ ຈຳກັດ ແລະ ທີ່ສຳຄັນຄືການຍົກລະດັບການບໍລິການ ແກ່ຜູ້ບໍລິໂພກທີ່ເຂົ້າມາໃຊ້ບໍລິການຢູ່ພາຍໃນ ITECC. ພວກເຮົາຕ້ອງການໃຫ້ຜູ້ເຂົ້າມາໃຊ້ບໍລິການ ບໍ່ພຽງແຕ່ເຂົ້າເຖິງຜະລິດຕະພັນເຄື່ອງດື່ມ ແລະ ເຂົ້າໜົມທີ່ມີຄຸນນະພາບຂອງພວກເຮົາ ແຕ່ຍັງໄດ້ຮັບປະສົບການທີ່ມີຊີວິດຊີວາ, ມີຄວາມໜ້າຕື່ນເຕ້ນ ແລະ ການບໍລິການທີ່ປະທັບໃຈ.

ທ່ານ ນາງ ສີພອນຄຳ ດວງດາລາ ໄດ້ກ່າວວ່າ: ບໍລິສັດ ລາວເວີນ ຈຳກັດ ມີຄວາມພູມໃຈທີ່ໄດ້ເປັນຜູ້ນຳໜ້າ ດ້ານຂະແໜງການຄ້າ ແລະ ການບໍລິການ ຊຶ່ງມາພ້ອມວິໄສທັດທີ່ຍາມໃດກໍຢຶດຖືວຽກງານສົ່ງເສີມເສດຖະກິດ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນຫລັກ ແລະ ຍົກລະດັບຄວາມເປັນເລີດໃນວຽກງານດ້ານການບໍລິການ ເພື່ອຕອບສະໜອງຕະຫລາດທັງພາຍໃນ ແລະ ສາກົນ. ການຮ່ວມມືກັບ ບໍລິສັດ ເບຍລາວ ຄັ້ງນີ້, ເປັນຂີດໝາຍສຳຄັນ ທີ່ໄດ້ນຳເອົາຜູ້ນຳຂອງທັງສອງອຸດສາຫະກຳມາຮ່ວມມືກັນ ເພື່ອເປົ້າໝາຍທີ່ຈະປ່ຽນແປງ ແລະ ມອບປະສົບການທີ່ດີຍິ່ງຂຶ້ນໃຫ້ແກ່ລູກຄ້າ ໂດຍພວກເຮົາຈະມອບສິນຄ້າທີ່ມີຄຸນນະພາບ ແລະ ໄດ້ຮັບມາດຕະຖານສາກົນ ຄຽງຄູ່ກັບການບໍລິການທີ່ເປັນເລີດໃຫ້ແກ່ລູກຄ້າທີ່ເຂົ້າມາທ່ຽວຊົມ ສູນວາງສະແດງສິນຄ້າ ITECC ແລະ ສູນການຄ້າ ITECC.

ການຮ່ວມດັ່ງກ່າວ ຈະເຮັດໃຫ້ຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ມີຄວາມໂດດເດັ່ນຍິ່ງຂຶ້ນ ໃນພື້ນທີ່ໃຫ້ບໍລິການຂອງ ບໍລິສັດ ລາວເວີນ ຈຳກັດ ເພື່ອຍົກລະດັບທາງເລືອກໃນການດຳລົງຊີວິດໃຫ້ກັບຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ເຊິ່ງສອດຄ່ອງກັບວິໄສທັດຂອງທັງສອງບໍລິສັດ ທີ່ໄດ້ໃຫ້ຄວາມສຳຄັນໃນການສົ່ງເສີມສິນຄ້າທ້ອງຖິ່ນ ທີ່ໄດ້ມາດຕະຖານສາກົນ ແລະ ການສ້າງສະພາບແວດລ້ອມທີ່ເນັ້ນລູກຄ້າເປັນສູນກາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments