Friday, June 27, 2025
Homeຂ່າວໜ້າໜຶ່ງເປີດນຳໃຊ້ອາຄານຫ້ອງປະຊຸມໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ

ເປີດນຳໃຊ້ອາຄານຫ້ອງປະຊຸມໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ

ພິທີເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 23 ເມສາ 2025 ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ມີເອກອັກຄະຣາຊະທູດໄທປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ຂອງ ລາວ ແລະ ໄທ ເຂົ້າຮ່ວມ.

ໂອກາດນີ້, ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ລາຍງານກ່ຽວກັບການເຄື່ອນໄຫວຂອງໂຮງຮຽນ ໃນໄລຍະຜ່ານມາ ເຊິ່ງນັບເເຕ່ມື້ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ໄດ້ສ້າງນັກຮຽນຈົບມັດທະຍົມຕອນປາຍ 38 ຮຸ່ນ, ປັດຈຸບັນ ໂຮງ ຮຽນດັ່ງກ່າວ ມີນັກຮຽນທັງໝົດ 618 ຄົນ, ຍິງ 264 ຄົນ, ມີຫ້ອງຮຽນ 15 ຫ້ອງ, ມີ 2 ຊັ້ນຮຽນ (ຊັ້ນ ມ6 ແລະ ມ7).

ສຳລັບວຽກງານໂພຊະນາການ ຄູ-ອາຈານ ໄດ້ນຳພານັກຮຽນ ສ້າງກິດຈະກຳອອກແຮງງານ ເພື່ອສ້າງລາຍຮັບດ້ານເສດຖະກິດ ແລະ ໂພຊະນາການ ດ້ວຍການປູກຝັງ-ລ້ຽງສັດເຊັ່ນ: ປູກຜັກ, ລ້ຽງປາ, ລ້ຽງເປັດ, ໄກ່, ໝູ, ງົວ ແລະ ອື່ນໆ ເພື່ອສະໜອງໃຫ້ເຮືອນຄົວລວມຂອງໂຮງຮຽນ. ພ້ອມນີ້, ຍັງໄດ້ກວດກາສຸຂະ ພາບໃຫ້ນັກຮຽນ, ສະໜອງຢາກິນ, ຢາສັກ ແລະ ຢອດຢາກັນພະຍາດໃຫ້ແກ່ນັກ ຮຽນເພດຍິງ ໄດ້ຢ່າງທົ່ວເຖິງ.

ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ໄດ້ຮັບການສະນັບສະໜູນ ຊ່ວຍເຫລືອອັນລໍ້າຄ່າ ຈາກໂຄງການອັນເນື່ອງມາ ຈາກພະຣາດຊະດຳຣິຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ເຊິ່ງເລີ່ມແຕ່ປີ 1992 ເປັນຕົ້ນມາ. ດ້ວຍການຊ່ວຍເຫລືອດັ່ງກ່າວ, ເຮັດໃຫ້ໂຮງຮຽນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ທັງດ້ານພື້ນຖານໂຄງລາງ ແລະ ຄວາມຮູ້ຄວາມສາມາດຂອງຄູ-ອາ ຈານ ເປັນຕົ້ນ ແມ່ນການຊ່ວຍເຫລືອກໍ່ສ້າງ ຫໍພັກສິຣິນທອນ 4 ຫລັງ, ອາຄານຮຽນຮູ້ ສິຣິນທອນ 1 ຫລັງ, ເຮືອນຄົວນັກຮຽນ 1 ຫລັງ, ອາຄານຮຽນ ຄອມພິວເຕີ 2 ຫລັງ ປະກອບດ້ວຍອຸປະ ກອນທົດລອງ ແລະ ອິນເຕີເນັດ.

ພິເສດ ໃນໂອກາດການມາຢ້ຽມຢາມ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ຄັ້ງຜ່ານມາ, ໂຮງຮຽນວັດທະນະທຳປ້ອງ ກັນຄວາມສະຫງົບ ໄດ້ຮັບການຊ່ວຍເຫລືອສ້າງຫ້ອງການຄູ 1 ຫລັງ, ຫໍພັກຍິງ 1 ຫລັງ ແລະ ອຸປະກອນຮັບໃຊ້ການຮຽນ-ການ ສອນ, ສ້ອມແປງໂຮງງານນ້ຳດື່ມ ເຊິ່ງມີມູນຄ່າສູງສົມຄວນ.

ນອກນັ້ນ, ຍັງໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ສາຂາ ໄອທີ 5 ທຶນ ແລະ ນິຕິວິທະຍາສາດ 3 ທຶນ ລວມເປັນ 8 ທຶນ ທີ່ຣາຊະອານາຈັກໄທ ສົກປີ 2025-2028.

ສຳລັບ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຮຽນ-ການສອນ ໃນໄລຍະໃໝ່ ກໍຄື ການສ້າງນັກຮຽນ ໃຫ້ມີຄຸນນະພາບ ແລະ ມີຄວາມຮູ້ຄວາມສາມາດ, ໂຮງຮຽນວັດທະນະ ທຳປ້ອງກັນຄວາມສະຫງົບ ຈະສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ສຳຄັນຕ່າງໆ ເປັນຕົ້ນ ຈະປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກໃນດ້ານຕ່າງໆ ໂດຍສະເພາະ ກໍ່ສ້າງອາ ຄານຮຽນ ແລະ ປະກອບອຸປະກອນການຮຽນ-ການສອນທີ່ທັນ ສະໄໝ, ສ້າງ ແລະ ປັບປຸງເສັ້ນທາງແຕ່ເສັ້ນທາງເລກທີ 13 ເໜືອ ຫາໂຮງຮຽນ, ພ້ອມທັງກໍ່ສ້າງກຳແພງ, ສ້ອມແປງ ແລະ ບຳລຸງຮັກສາໂຮງງານນ້ຳດື່ມໃຫ້ນຳໃຊ້ໄດ້ຢ່າງຕໍ່ເນື່ອງ.

ພ້ອມນີ້, ຍັງຈະຍົກລະດັບຄວາມຮູ້ ຄວາມສາມາດຂອງ ຄູ-ອາ ຈານຈາກຊັ້ນກາງ ແລະ ຊັ້ນສູງ ຂຶ້ນເປັນປະລິນຍາຕີ ຫລື ສູງກວ່າປະລິນຍາຕີ ໂດຍສະເພາະແມ່ນ ຄູຄະນິດສາດ, ພາສາສາດ, ສິລະ ປະ ແລະ ອື່ນໆ ເພື່ອສ້າງໃຫ້ໄດ້ນັກຮຽນເກັ່ງ ໃນຫລາຍລະດັບ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments