Wednesday, April 23, 2025
Homeຂ່າວຕ່າງປະເທດເຮືອບິນໂດຍສານ ຊີ909 ຂອງ ສປ ຈີນ ເລີ່ມໃຫ້ບໍລິການທາງການຄ້າໃນ ສສ ຫວຽດນາມ

ເຮືອບິນໂດຍສານ ຊີ909 ຂອງ ສປ ຈີນ ເລີ່ມໃຫ້ບໍລິການທາງການຄ້າໃນ ສສ ຫວຽດນາມ

ສຳນັກຂ່າວຊິນຮວາຂອງ ສປ ຈີນ, ວັນທີ 22 ເມສານີ້, ສາຍການບິນເຊີງຕູແອລາຍ ຈັດສັນເຮືອບິນລຸ້ນ C909 ໃຫ້ແກ່ສາຍການບິນ ຫວຽດເຈັດ ຂອງ ສສ ຫວຽດນາມ ພາຍໃຕ້ ເງື່ອນໄຂ ສັນຍາເຊົ່າ ເຮືອບິນ ພ້ອມນັກບິນ ແລະ ການບໍລິການ ທີ່ກ່ຽວຂ້ອງ ຈຳນວນ 2 ລຳ ຊຶ່ງເລີ່ມໃຫ້ບໍລິການ ໃນເສັ້ນທາງ ຮ່າໂນຍ-ໂກນດ່າວ-ໂຮ່ຈີມິນ.ສຳລັບ ສັນຍາເຊົ່າ ເຮືອບິນ ກັບນັກບິນ ແລະ ການບໍລິການ ທີ່ກ່ຽວຂ້ອງ ແມ່ນຮູບແບບ ຂອງສັນຍາເຊົ່າ ທົ່ວໄປ ໃນອຸດສາຫະກໍາ ເຮືອບິນທົ່ວໂລກ ຊຶ່ງຜູ້ເຊົ່າ ຈະສະໜອງ ເຮືອບິນ, ນັກບິນ, ການບໍາລຸງຮັກສາ, ການປະກັນໄພ ແລະ ການສະໜັບ ສະໜູນ ການດໍາເນີນງານ.ເຮືອບິນ C909 ເຄີຍເອີ້ນວ່າ ARJ21, ມັນແມ່ນເຮືອບິນ ໂດຍສານ ພາກພື້ນ ທີ່ພັດທະນາໂດຍ ສປ ຈີນແລະ ມີລະດັບການບິນ 2.225-3.700 ກິໂລແມັດ.ຂະນະ​ທີ່ ​ສາຍ​ການ​ບິນ ​ຕ່າງປະ​ເທດ ​ທີ່​ໃຊ້​ເຮືອບິນ​ປະ​ເພດ​ນີ້​ ລວມທັງ​ ສາຍ​ການ​ບິນ TransNusa ຂອງ​ອິນ​ໂດ​ເນ​ເຊຍ.ເຊິ່ງເປັນລູກຄ້າ ຕ່າງປະເທດ ແຫ່ງທຳອິດ ໃນເດືອນທັນວາ 2022, ຕາມມາດ້ວຍ ສາຍການບິນລາວ ໃນເດືອນມີນາ ທີ່ຜ່ານມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments