Wednesday, April 23, 2025
Homeຂ່າວຕ່າງປະເທດວັນໜ່ວຍໂລກ ປີ 2025 ຮຽກຮ້ອງການພັດທະນາແບບຍືນຍົງ

ວັນໜ່ວຍໂລກ ປີ 2025 ຮຽກຮ້ອງການພັດທະນາແບບຍືນຍົງ

ວິທະຍຸ ກະຈາຍສຽງ ຫວຽດນາມ,ວັນທີ 22 ເມສາ, ທົ່ວໂລກ ສະເຫລີມ ສະຫລອງ ວັນໜ່ວຍໂລກ. ເລີ່ມຕົ້ນສານສະເຫລີມ ສະຫລອງ ວັນໜ່ວຍໂລກ 2025, ທ່ານ ອັນໂຕນີໂອ ກູເຕີເຣສ(Antonio Guterres),ເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ: ທາດພິດ ເຮືອນແກ້ວ ຈາກການນຳໃຊ້ ເຊື້ອເພີງ ຟອກຊິວ ແມ່ນສາຍເຫດ ເຮັດໃຫ້ໜ່ວຍໂລກ ອຸ່ນຂຶ້ນ, ເກີດໄຟໄໝ້ປ່າ, ໄພນ້ຳຖ້ວມ ແລະ ແດດຮ້ອນ ຢ່າງຮ້າຍແຮງ, ທຳລາຍ ວິທີຫາເງິນ ລ້ຽງຊີບ ຂອງປະຊາຊົນ ແລະ ກໍ່ຜົນສະທ້ອນເຖິງ ຊີວິດ ອິນຊີ ຂອງປະຊາຊົນ. ອົງການ ອະນາໄມໂລກ (WHO) ຄາດຄະເນວ່າ: ນັບແຕ່ປີ 2030 ຫາປີ 2050, ການປ່ຽນແປງ ຂອງດິນຟ້າອາກາດ ຈະເຮັດໃຫ້ ມີຜູ້ເສຍຊີວິດ ປະມານ 250.000 ຄົນ ຕໍ່ປີ. ເນື່ອງໃນໂອກາດ ວັນໜ່ວຍໂລກ 2025, ກອງປະຊຸມ ສະມັດຊາໃຫຍ່ ສປຊ ໄດ້ໂຮມປະຊຸມ ດ້ວຍການເຂົ້າຮ່ວມ ຂອງລະບົບ ສປຊ ແລະ ຫລາຍຝ່າຍ ທີ່ກ່ຽວຂ້ອງຄື ບັນດານັກຊ່ຽວຊານ ເອກະລາດ, ສະຖາບັນ ຄົ້ນຄວ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments