Wednesday, April 23, 2025
Homeຂ່າວໜ້າໜຶ່ງລາວ-ໄທ ຮ່ວມຈັດກອງປະຊຸມວິຊາການດ້ານການແພດ ແລະ ສາທາລະນະສຸກ

ລາວ-ໄທ ຮ່ວມຈັດກອງປະຊຸມວິຊາການດ້ານການແພດ ແລະ ສາທາລະນະສຸກ

ກອງປະຊຸມວິຊາການ ດ້ານການແພດ ແລະ ສາທາລະນະສຸກ ພາຍໃຕ້ຫົວຂໍ້: “ການສົ່ງເສີມສຸຂະພາບທີ່ດີໃນອະນາຄົດ” ຈັດຂຶ້ນໃນວັນທີ 22 ເມສາ 2025 ຢູ່ໂຮງແຮມຮໍລິເດອິນ ນະຄອນຫລວງວຽງຈັນ ໃນໂອກາດສະເຫລີມສະຫລອງ ຄົບຮອບ 25 ປີ ແຫ່ງການຮ່ວມມື ລາວ-ໄທ ດ້ານການພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ, ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍວິຊາການ ແລະ ຊ່ຽວຊານທາງດ້ານການວິໄຈ ຈາກກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ຂອງ ສປປ ລາວ, ຄະນະຜູ້ບໍລິຫານ-ອາຈານ ຈາກມະຫາວິທະຍາໄລມະຫິດົນ ແລະ ສະຖາບັນພະບໍຣົມຣາດຊະນົກ ແຫ່ງຣາຊະອານາຈັກໄທ ເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເນື່ອງ ໃນໂອກາດສະ ເຫລີມສະຫລອງ ຄົບຮອບ 25 ປີ ແຫ່ງການຮ່ວມມື ລາວ-ໄທ ດ້ານການພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ທີ່ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ໄດ້ມີແນວຄວາມຄິດລິເລີ່ມ ໃນການສົ່ງເສີມຝຶກອົບ ຮົມດ້ານເຕັກນິກການແພດ ແລະ ສາທາລະນະສຸກ ໃຫ້ແກ່ບຸກຄະລາກອນການແພດ ແລະ ສາທາ ລະ ນະສຸກ ຂອງ ສປປ ລາວ ນັບແຕ່ປີ 2000 ເປັນຕົ້ນມາ. ປັດຈຸບັນ, ສປປ ລາວ ມີບຸກຄະລາກອນດ້ານສາທາລະນະສຸກ ກວມທົ່ວທຸກແຂວງໃນຂອບເຂດທົ່ວປະເທດ ທີ່ເຄີຍໄດ້ຜ່ານການຝຶກອົບຮົມພາຍໃຕ້ໂຄງການພະຣາດຊະດໍາຣິ ຂອງກົມສົດເດັດພະເທບ ເຊິ່ງລວມມີທັງໝົດ 1.170 ກວ່າຄົນ, ປັດຈຸບັນ ແມ່ນຮຸ່ນທີ 27.

ກອງປະຊຸມຄັ້ງນີ້, ໄດ້ຈັດໃຫ້ມີເວທີສົນທະນາພິເສດ ກ່ຽວກັບການພັດທະນາຄົນເພື່ອການພັດ ທະນາວຽກແບບຍືນຍົງ, ມີການບັນຍາຍ, ສົນທະນາແບບໂຕະມົນ, ນໍາສະເໜີຜົນງານວິຊາການຂອງຜູ້ທີ່ຜ່ານການຝຶກອົບຮົມ ພາຍໃຕ້ໂຄງການຮ່ວມມືດັ່ງກ່າວ ແລະ ວາງສະແດງຜົນງານດ້ານວິຊາການ ເຊິ່ງເປັນເວທີ ທີ່ສະແດງໃຫ້ເຫັນເຖິງການຮ່ວມມືຢ່າງໃກ້ຊິດສະໜິດແໜ້ນ, ທັງເປັນເວທີນໍາສະເໜີຜົນ ງານດ້ານວິຊາການ ເພື່ອແລກປ່ຽນປະສົບການຕ່າງໆທີ່ໄດ້ຮໍ່າຮຽນ ເພື່ອມາຖ່າຍທອດ ໃຫ້ແກ່ຜູ້ເຂົ້າຮ່ວມ ໄດ້ເຫັນເຖິງຄວາມສໍາຄັນຂອງການພັດທະນາຕົນເອງທາງດ້ານການເບິ່ງແຍງສຸຂະພາບ ທີ່ມີຄວາມສໍາຄັນ ແລະ ຍືນຍົງ.

ໂອກາດນີ້, ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາດຊະກຸມາຣີ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການຮ່ວມມືດ້ານການພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ສະຫວ່າງສອງປະເທດ ໄທ-ລາວ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຮັດປະຊາຊົນ ມີສຸຂະພາບທີ່ດີ, ທັງເປັນການປະກອບສ່ວນເຂົ້າໃນການພັດທະ ນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງ, ປະຊາຊົນມີພະລານາໄມສົມບູນ ເຊິ່ງກອງປະຊຸມໃນຄັ້ງນີ້, ຈະເປັນສ່ວນໜຶ່ງໃນການພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ຂອງ ສປປ ລາວ ໄດ້ມີໂອກາດໄດ້ແລກປ່ຽນຄວາມຮູ້, ບົດຮຽນ ແລະ ປະສົບການ ກັບຜູ້ຊ່ຽວຊານສະເພາະທາງ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments