Wednesday, April 23, 2025
Homeຂ່າວພາຍໃນປະຫວັດໂດຍຫຍໍ້ ຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ

ປະຫວັດໂດຍຫຍໍ້ ຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ

ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ເກີດເມື່ອ ວັນອາທິດ ວັນທີ 1 ສິງຫາ ປີ 1934 (ປີຈໍ) ແຮມ 5 ຄໍ່າ ພ.ສ 2477 ທີ່ບ້ານທ່ານ້ອງ ຕາແສງເວີນ ເມືອງມຸນລະປາໂມກ ແຂວງຈໍາປາສັກ ໃນຄອບຄົວຊົນຊັ້ນຊາວນາ ຊົນເຜົ່າລາວ ເປັນບຸດຂອງ ພໍ່ ຄໍາສິງ ສິມມາພົມ ແລະ ແມ່ ບົວທອງ ສິມມາພົມ ມີອ້າຍ ເອື້ອຍ ນ້ອງ ຮ່ວມກັນ 7 ຄົນ ຍິງ 3 ຄົນ.

– ປີ 1941 ໄດ້ເຂົ້າຮຽນຢູ່ທີ່ໂຮງຮຽນປະຖົມ ວັດທັມມະລັງສີ ບ້ານທ່າແຮ່ ເມືອງມູນລະປະໂມກ ແຂວງຈໍາປາສັກ.

– ປີ 1946 (ເວລານັ້ນອາຍຸຂອງເພີ່ນພຽງ 12 ປີ) ຍ້ອນຈິດຮັກຊາດແຕ່ເຍົາໄວ ເພີ່ນຈິ່ງໄດ້ເຂົ້າຮ່ວມການປະຕິວັດ ໂດຍການຊ່ວຍລໍາລຽງສະບຽງອາຫານ ສົ່ງຈົດໝາຍໃຫ້ແກ່ນັກປະຕິວັດ ເມື່ອອາຍຸໄດ້ 16 ປີ ເພີ່ນໄດ້ເຂົ້າຮ່ວມຂະບວນການເຄື່ອນໄຫວທີ່ແຂວງພາກໃຕ້ນໍາກອງຮ້ອຍຂອງທ່ານ ກອງອ່ອນ ທ່ານ ກອງບຸນ ພົມມະຫາໄຊ ຈາກນັ້ນໄດ້ເຂົ້າຮ່ວມເຄື່ອນໄຫວນໍາກອງຮ້ອຍ ຂອງທ່ານ ສະໝານ ວິຍະເກດ ແລະ ທ່ານ ວິຊຽນ ບຸນຮັກສາ ປະຈໍາຢູ່ຂົງເຂດແຂວງພາກໃຕ້ ແລະ ແຂວງຈໍາປາສັກ ໂດຍສະເພາະ ເມືອງສຸຂຸມາ ເມືອງມຸນລະປາໂມກ ແຂວງ ຈໍາປາສັກ.

– ປີ 1953 ສືບຕໍ່ເຮັດການປະຕິວັດ ຢູ່ເມືອງມຸນລະປາໂມກ.

– ປີ 1954 ເພິ່ນຢາກຂຶ້ນເມືອຢູ່ເຂດທີ່ໝັ້ນການປະຕິວັດ ແຕ່ຍ້ອນອາຍຸຂອງເພິ່ນຍັງນ້ອຍ ທ່ານ ວິຊຽນ ບຸນຮັກສາ ແລະ ທ່ານ ສະໝານ ວິຍະເກດ ຈຶ່ງແນະນຳໃຫ້ເພິ່ນໄປບວດ ບວກກັບຈິດໃຈຝັກໄຝໃນພຸດທະສາສະໜາ ເພິ່ນຈິ່ງໄດ້ລາຈາກທາງໂລກ ໄດ້ໄປອຸປະສົມບົດເປັນພຣະພິກຂຸ ຢູ່ທີ່ວັດສີດາຈັນ ບ້ານກອກ (ດອນໄຊ) ເມືອງເພຍໄຟ (ປັດຈຸບັນ ເມືອງສຸຂຸມາ) ແຂວງຈໍາປາສັກ.

– ປີ 1957 ໄດ້ໄປຮຽນປະຣິຍັດຕິທັມ ນັກທັມຊັ້ນຕີ -ໂທ ຢູ່ທີ່ວັດຫຼວງບໍພິດວິທະຍາຣາມ ເມືອງໂພນທອງ ແຂວງຈໍາປາສັກ.

– ປີ 1958 ໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າອະທິການວັດຫຼວງບໍພິດວິທະຍາຣາມ ໄດ້ຮັບການແຕ່ງຕັ້ງເປັນຜູ້ບໍລິຫານກິດຈະການຄະນະສົງ.

– ປີ 1964 ໄດ້ເຂົ້າຮຽນຊັ້ນມັດທະຍົມສຶກສາ (ປະຣິຍັດຕິທັມ ຊັ້ນເອກ) ທີ່ ໂຮງຮຽນປະຣິຍັດຕິທັມ ວັດໂພທິຣັດຕະນະສາສະດາຣາມ ຈາກນັ້ນ ໄດ້ເດີນທາງເຂົ້າສູ່ນະຄອນຫຼວງວຽງຈັນ ເພື່ອສຶກສາຕໍ່ທີ່ ໂຮງຮຽນປາລີຊັ້ນສູງ ໂດຍເຂົ້າພັກອາໃສຢູ່ທີ ວັດສົມສະຫວັດ ບ້ານຝາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

– ປີ 1968 ໄດ້ຖືກແຕ່ງຕັ້ງໃຫ້ເປັນເຈົ້າອະທິການ ວັດສົມສະຫງັດ ບ້ານຝາຍ ແລະ ໄດ້ສອບເສັງຈົບຊັ້ນມັດທະຍົມສຶກສາສົງ.

– ປີ 1976 ໄດ້ຖືກແຕ່ງຕັ້ງໃຫ້ເປັນ ປະທານ ພ.ສ.ລ. ຕາແສງ ໂພນໄຊ ແລະ ເປັນຮອງປະທານ ພ.ສ.ລ ເມືອງໄຊເຊດຖາ ກໍາແພງນະຄອນວຽງຈັນ ແລະ ເປັນຄະນະສຶກສາສົງກໍາແພງນະຄອນວຽງຈັນ.

– ປີ 1989 ໄດ້ຖືກແຕ່ງຕັ້ງໃຫ້ໄປປະຕິບັດສາສະນະກິດ ທີ່ປະເທດ ອົດສະຕາລີ ແລະ ອາເມຣິກາ ເປັນເວລາ 14 ເດືອນ.

– ປີ 1998 ໄດ້ຖືກແຕ່ງຕັ້ງໃຫ້ເປັນ ຄະນະປະຈໍາ ອ.ພ.ສ. ກໍາແພງນະຄອນວຽງຈັນ ເປັນຮອງຫົວຫນ້າກໍາມາທິການສຶກສາສົງ ກໍາແພງນະຄອນວຽງຈັນ.

– ປີ 1999 – 2004 ໄດ້ຖືກແຕ່ງຕັ້ງເປັນ ປະທານ ອ.ພ.ສ ເມືອງໄຊເສດຖາ ກໍາແພງນະຄອນວຽງຈັນ ທັງເປັນກຳມະການແນວລາວສ້າງຊາດ ກຳແພງນະຄອນວຽງຈັນ.

– ປີ 2000 ໄດ້ຖືກແຕ່ງຕັ້ງໃຫ້ເປັນ ຮອງປະທານ ອ.ພ.ສ. ກໍາແພງນະຄອນວຽງຈັນ ເປັນຫົວຫນ້າກໍາມາທິການສຶກສາສົງກໍາແພງນະຄອນວຽງຈັນ.

– ປີ 2004 ໄດ້ຖືກແຕ່ງຕັ້ງເປັນ ຄະນະປະຈໍາສູນກາງ ອ.ພ.ສ ຮອງຫົວໜ້າກໍາມາທິການປົກຄອງສົງ.

– ປີ 2010 ໄດ້ຖືກແຕ່ງຕັ້ງເປັນ ຮອງປະທານສູນກາງ ອ.ພ.ສ ຫົວໜ້າກໍາມາທິການປົກຄອງສົງຂັ້ນສູນກາງ;

– ປີ 2015 ໄດ້ຮັບສະມະນະສັກເປັນພຣະອັກຄະມະຫາສັດທັມມະ ໂຊຕິກະທະຊະ ຈາກລັດຖະບານສະຫະພາບມຽນມາ.

– ປີ 2016 ໄດ້ຮັບປະຣິນຍາເອກດຸດສະດີບັນດິດກິດຕິມະສັກ ສາຂາພຸດທະສາສະໜາ ຈາກມະຫາວິທະຍາໄລ ມະຫາຈຸລາລົງກອນຣາຊະວິທະຍາໄລ ຣາຊະອານາຈັກໄທ.

– ປີ 2016 ເປັນ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຜູ້ຊີ້ນໍາກໍາມາທິການປົກຄອງສົງຂັ້ນສູນກາງ.

– ປີ 2021 ປັດຈຸບັນ ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII ໄດ້ຮັບການແຕ່ງຕັ້ງເປັນປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.

– ປີ 2023 ໄດ້ຮັບສະມະນະສັກເປັນພຣະອະພິທະຊະ ອັກຄະມະຫາ ສັດທັມມະ ໂຊທິກະ ຈາກລັດຖະບານສະຫະພາບມຽນມາ.

-ປີ 2021 ອີງຕາມມະຕິກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄຫມທີ VIII ພຣະອາຈານໃຫຍ່ກໍໄດ້ຮັບການແຕ່ງຕັ້ງເປັນ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຈົນມາຮອດປັດຈຸບັນ.

ດ້ວຍຜົນງານ ແລະ ຄຸນງາມຄວາມດີ ຂອງພະອາຈານໃຫຍ່ມະຫາບຸນມາ ສີມມາພົມ ທີ່ມີຕໍ່ປະເທດຊາດ ແລະ ພຸດທະສາສະໜາ ພັກ-ລັດຖະບານ ແລະ ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຈິ່ງໄດ້ຍ້ອງຍໍສັນລະເສີນຕໍ່ເພີ່ນໃນປະເພດຕ່າງໆ ຄື:

– ຫຼຽນກາລະນຶກ ວັນສ້າງຕັ້ງ ສປປ ລາວ ຄົບຮອບ 30 ປີ ຈໍານວນ 1 ໜ່ວຍ.

– ຫຼຽນກາລະນຶກ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 60 ປີ ແລະ 70 ປີ ຈໍານວນ 2 ໜ່ວຍ;

– ໃບກຽດຕິຄຸນ ຈາກລັດຖະມົນຕີກະຊວງສຶກສາທິການ ຈໍານວນ 6 ໃບ.

– ໃບກຽດຕິຄຸນ ຈາກເຈົ້າຄອງນະຄອນຫຼວງວຽງຈັນ ຈໍານວນ 9 ໃບ.

– ໃບກຽດຕິຄຸນ ຈາກເຈົ້າເມືອງ ຈໍານວນ 14 ໃບ.

– ໃບກຽດຕິຄຸນ ຈາກກະຊວງ-ອົງການ ຈໍານວນ 24 ໃບ.

– ສັດທາຫົດສົງຕາມປະເພນີລາວ ຈໍານວນ 39 ຄັ້ງ.

– ໄດ້ຮັບປະຣິນຍາເອກກິດຕິມະສັກ 1 ໃບ ແລະ ຮັບສະມະນະສັກ 2 ຄັ້ງຈາກລັດຖະບານ ແລະ ມະຫາວິທະຍາໄລຢູ່ຕ່າງປະເທດ.

ໃນຕະຫຼອດຫຼາຍທົດສະວັດທີ່ຜ່ານມາ ພະອາຈານໃຫຍ່ມະຫາບຸນມາ ສີມມາພົມ ໄດ້ປະກອບສ່ວນສໍາຄັນຕໍ່ປະເທດໃນການປະຕິວັດຕໍ່ສູ້ກູ້ຊາດເມືອກ່ອນ ແລະ ທັງອຸທິດຕົນໃຫ້ພຸດທະສາສະໜາ ແລະ ປະຊາຊົນລາວບັນດາເຜົ່າ ເປັນພະມະຫາເຖຣະທີ່ມີຄວາມຮູ້ ຄວາມສາມາດ ມີບົດບາດອິດທິພົນ ເປັນທີ່ເຫຼື້ອມໃສສັດທາຂອງພຣະສົງ-ສາມະເນນ ພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ ເປັນຜູ້ທີ່ມີຄວາມໜັກແໜ້ນ ແລະ ເຄັ່ງຄັດໃນພະທັມວິໄນ ປະຕິບັດກິດຈະວັດຂອງສົງ ເປັນພະສົງທີ່ລຽບງ່າຍ ສັນໂດດ ບໍ່ຖືຕົວ ເປັນຜູ້ມີຄວາມເມດຕາ ມີຄວາມສາມັກຄີ ປຸກລະດົມຂົນຂວາຍອອກຕົນຍາດໂຍມຜູ້ມີສັດທາສ້າງວັດວາອາຮາມ ໂຮງຮຽນສົງ ສ້າງຖະໜົນຫົນທາງ ສ້າງສຸກສາລາ ໂຮງໝໍນ້ອຍ ສ້າງຂົວ ແລະ ອະນຸເຄາະແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ແລະ ເຂດຫ່າງໄກສອກຫຼີກ ເທດສະນາສັ່ງສອນພຸດທະສາສະນິກະຊົນໃຫ້ປະພຶດຕົນເປັນຄົນດີຂອງຊາດ ເສີມສ້າງຄຸນນະທັມອັນດີງາມ ແລະ ເສີມສ້າງຄວາມສາມັກຄີປອງດອງຂອງປະຊາຊົນທັງປວງ.

ນະຄອນຫຼວງວຽງຈັນ ວັນທີ 21 ເມສາ 2025 (ພ.ສ. 2568)

ຄະນະປະຈໍາ ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ

ພາບ-ຂ່າວ: ສນຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments