ໃນໄລຍະວັນທີ 21-25 ເມສາ 2025 ທີ່ ບາງກອກ, ປະເທດ ໄທ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນທາງການຂອງ ສປປ ລາວ ເຂົ້າຮ່ວມ ເເລະ ກ່າວຄໍາເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປຂອງຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ ສະໄໝທີ 81. ກອງປະຊຸມແມ່ນ ຈັດຂຶ້ນພາຍໃຕ້ຫົວຂໍ້ “ການຮ່ວມມືພາກພື້ນ ເພື່ອການພັດທະ ນາຕົວເມືອງແບບຍືນຍົງ ແລະ ທົນທານ ໃນພາກພື້ນອາຊີ-ປາຊີ ຟິກ(Regional Cooperation for Resilient and Sustainable Urban Development in Asia and the Pacific) “. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານ, ຍັດຕິ ແລະ ມະຕິຂອງ ຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ ໃນປີຜ່ານມາ, ລວມທັງການຕົກລົງຮັບຮອງເອົາບັນຫາສຳຄັນຕ່າງໆປະຈໍາປີ 2025- 2026, ເປັນເວທີປຶກສາຫາລືຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມງານກ່ຽວກັບບັນດາທາງເລືອກດ້ານນະໂຍບາຍ ແລະ ກາ ລະໂອກາດໃນການຮ່ວມມື ເພື່ອສົ່ງເສີມການພັດທະນາຕົວເມືອງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາແບບຍືນຍົງວາລະ 2030.

ທ່ານ ຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການເພີ່ມທະວີການຮ່ວມມືພາກພື້ນ ໃນການຮັບມື ເເລະ ເເກ້ໄຂບັນຫາທີ່ກໍາລັງສົ່ງຜົນກະທົບຕໍ່ພາກພື້ນ ອາຊີ – ປາຊີຟິກ ເປັນ ຕົ້ນ: ບັນຫາທາງດ້ານເສດຖະກິດ, ຄວາມບໍ່ສະເໝີພາບ ເເລະ ການປ່ຽນເເປງສະພາບດິນຟ້າອາກາດ ທີ່ເປັນບັນຫາອັນຮີບ ດ່ວນໃນການເລັ່ງແກ້ໄຂນີ້, ທ່ານ ຮອງລັດຖະມົນຕີ ຈຶ່ງໄດ້ເນັ້ນຢໍ້າເຖິງຄວາມພະຍະຍາມຂອງ ສປປ ລາວ ຕໍ່ການຮັບມືບັນຫາທາງດ້ານເສດຖະກິດ ໂດຍສະເພາະການຈັດຕັ້ງປະຕິບັດບັນດາຍຸດທະ ສາດ, ການຄຸມຄ້ອງໜີ້ສິນສາທາລະນະ ເເລະ ການສ້າງສະຖຽນ ລະພາບທາງດ້ານເສດຖະກິດມະຫາພາກ; ການຮ່ວມມືໃນຂອບ RCEP ເເລະ ເສັ້ນທາງລົດໄຟລາວ – ຈີນ ຊ່ວຍເພີ່ມທະວີການ ຮ່ວມມືດ້ານການຄ້າລະຫວ່າງບັນດາປະເທດອ້ອມຂ້າງ ຫັນໃຫ້ ສປປ ລາວກາຍເປັນປະເທດເຊື່ອມຈອດ. ການສ້າງພື້ນຖານ E-Government ເພື່ອອໍານວຍຄວາມສະດວກໃນການບໍລິການ ເເລະ ການເກັບກໍາຂໍ້ມູນ. ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະ ມົນຕີ ຍັງໄດ້ຕີລາຄາສູງຕໍ່ກັບການເເກ້ໄຂບັນຫາຄວາມບໍ່ສະເໝີ ພາບກ່ຽວກັບຍຸດທະສາດປ້ອງກັນສັງຄົມເເຫ່ງຊາດ 2025 ໃນການຮັບປະກັນການເຂົ້າເຖິງການບໍລິການລະບົບປົກປ້ອງສັງຄົມດ້ານສຸຂະພາບ, ການປະກັນສັງຄົມ ເເລະ ຄວາມຍືນຍົງ.

ໃນໂອກາດດັ່ງກ່າວ, ໄດ້ເເລກປ່ຽນກ່ຽວກັບການຮັບມືໃນບັນຫາການປ່ຽນເເປງດິນຟ້າອາກາດ, ຍຸດທະສາດ ເເລະ ເເຜນງານເເຫ່ງຊາດຂອງ ສປປ ລາວ ເປັນຕົ້ນ ຍຸດທະສາດການຄຸ້ມ ຄອງການປ່ຽນເເປງດິນຟ້າອາກາດ ເເຫ່ງຊາດ 2021 – 2030, ຍຸດທະສາດການເຕີບໂຕສີຂຽວ 2018 – 2030, ລວມທັງເເກ້ໄຂບັນຫາການປ່ຽນເເປງດິນຟ້າອາກາດແຫ່ງຊາດຂອງສປປ ລາວ (NDC). ນອກຈາກນັ້ນ, ທ່ານ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ພ້ອມກັນເພີ່ມທະວີການຊ່ວຍເຫຼືອບັນດາປະເທດທີ່ມີສະພາບເງື່ອນໄຂພິເສດຢ່າງຕັ້ງໜ້າ, ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນການພັດທະນາແບບຍືນຍົງ ເເລະ ການບັນລຸວາລະ 2030 ຂອງ ສປຊ ວ່າດ້ວຍ ການພັດທະນາເເບບຍືນຍົງ.
ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນໃນ 02 ວາລະກໍຄື ວາລະການຮ່ວມມືພາກພື້ນເພື່ອການພັດທະ ນາຕົວເມືອງແບບຍືນຍົງ ແລະ ທົນທານ ໃນພາກພື້ນອາຊີ-ປາຊີ ຟິກ ແລະ ວາລະການຮ່ວມມືສໍາລັບປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (SIDs) ໃນການນໍາໃຊ້ເເຜນການຈັດຕັ້ງປະຕິບັດສະໄໝໃໝ່ເພື່ອການພັດທະນາເເບບຍືນຍົງ,.
ພ້ອມດຽວກັນກໍໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ (Side Events) ຢ່າງຕັ້ງໜ້າ. ກອງປະຊຸມດັ່ງກ່າວ ເປັນໂອກາດສຳຄັນໃນການປຶກສາຫາລືຕໍ່ການຮັດແໜ້ນການຮ່ວມມືໃນລະດັບພາກ ພື້ນ ແລະ ສາກົນ ໃນການໝູນໃຊ້ບັນດາເເຜນງານໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອເປົ້າໝາຍການພັດທະນາແບບຍືນຍົງຂອງບັນດາປະເທດ LDCs, LLDCs ເເລະ SIDs; ພ້ອມທັງເປັນເວທີປຶກສາຫາລື ກ່ຽວກັບ ກາລະໂອກາດການຂ້າມຜ່ານສໍາລັບການພັດທະນາຕົວເມືອງແບບຍືນຍົງ ແລະ ທົນທານ ເພື່ອປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມສີຂຽວຂອງພາກພື້ນ ແລະ ຄວາມຍືນຍົງຂອງສະພາບແວດລ້ອມໃນຕໍ່ໜ້າ.