Wednesday, April 23, 2025
Homeຂ່າວໜ້າໜຶ່ງປະທານປະເທດ ຕ້ອນຮັບ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 22 ເມສາ ນີ້ ທີ່ ສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ (ກົມສົມເດັດພະເທບ), ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການສະເດັດມາຢ້ຽມ ຢາມ ສປປ ລາວ ຂອງກົມສົມເດັດພະເທບ ໃນແຕ່ລະຄັ້ງ ລວມທັງໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນທີ່ສຸດ ເພາະໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ- ໄທ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໄປເລື້ອຍໆ, ທັງຍັງເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດ ແຫ່ງການພົວພັນລະຫວ່າງສອງປະເທດ ເພາະເປັນປີ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ລາວ-ໄທ ແລະ ຍັງເປັນປີມະຫາມຸງຄຸນ ວັນ ຄ້າຍວັນພະຣາຊະສົມພົບຂອງ ກົມສົມເດັດພະເທບ ຄົບຮອບ 70 ພັນສາ ທີ່ຫາກໍຜ່ານພົ້ນໄປເມື່ອບໍ່ດົນມານີ້ (2 ເມສາ 1955 – 2 ເມສາ 2025) ຊຶ່ງ ທ່ານ ທອງລຸນ ສີສຸລິດ ກໍໄດ້ຖືໂອກາດນີ້ ຖວາຍພະພອນໄຊຍະມຸງຄຸນວັນຄ້າຍວັນພະຣາຊະສົມພົບ ແດ່ກົມສົມເດັດພະເທບ.

ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ, ພະຣາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ, ພ້ອມທັງສົ່ງຄໍາເຊື້ອ ເຊີນ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະຣາຊີນີ ສະເດັດເປັນປະທານຮ່ວມໃນພິທີເປີດນໍາໃຊ້ຂົວມິດຕະພາບ ລາວ -ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໃນທ້າຍປີນີ້ ແລະ ຖືໂອກາດສະເດັດຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ເພື່ອເປັນສິຣິມຸງຄຸນ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ທັງເປັນການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ຄົບຮອບ 75 ປີ ໃນປີ 2025 ນີ້.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງ ຍິ່ງ ທີ່ ພະບາດສົມເດັດ ພະວະຊິຣະເກົ້າເຈົາຢູ່ຫົວ, ລວມທັງ ກົມສົມເດັດພະເທບ, ນາຍົກລັດຖະມົນຕີ ແລະ ການນຳທ່ານອື່ນໆ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາ ຂອງ ພະນະທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດແຫ່ງ ສປປ ລາວ, ພ້ອມທັງໄດ້ສົ່ງຜູ້ຕາງ ໜ້າລັດຖະບານ ແຫ່ງ ຣາຊະອານາຈັກໄທ ມາໄວ້ອາໄລ ແລະ ຮ່ວມພິທີຊາປະນະກິດ. ນອກນີ້, ຍັງໄດ້ສະແດງຄວາມເຫັນໃຈ ຕໍ່ເຫດເເຜ່ນດິນໄຫວ ຢູ່ ຣາຊະອານາຈັກໄທ ໃນວັນທີ 28 ມີນາ 2025 ຜ່ານມາ ຊຶ່ງໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ, ເສຍຊີວິດ, ສູນຫາຍ ແລະ ຊັບສິນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງຈຳນວນໜຶ່ງ ໄດ້ຮັບຄວາມເສຍຫາຍ.

ທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາສູງຕໍ່ການພົວພັນ ແລະ ຮ່ວມມື ລາວ-ໄທ ທີ່ໄດ້ມີການຜັນຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດໄລຍະ 75 ປີ ຜ່ານມາ ຊຶ່ງກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ບັນດາໂຄງການ ອັນເນື່ອງມາຈາກພະຣາຊະດໍາຣິຂອງບັນດາພະບໍຣົມວົງສານຸວົງ ແຫ່ງ ຣາຊະອານາຈັກໄທ ທຸກພະອົງ ໂດຍສະເພາະໂຄງການຂອງ ກົມສົມເດັດພະເທບ ທີ່ຖືວ່າເປັນການຮ່ວມມືທີ່ມີປະໂຫຍດສູງ, ນໍາເອົາຜົນປະໂຫຍດ ແລະ ບົດຮຽນຜົນສໍາເລັດຕົວຈິງ ໃນການພັດທະນາມາໃຫ້ແກ່ ສປປ ລາວ ເປັນ ຕົ້ນແມ່ນ: ການພັດທະນາທາງດ້ານກະສິກໍາ, ການສຶກສາ, ສາທາ ລະນະສຸກ, ສິ່ງແວດລ້ອມ, ພື້ນຖານໂຄງລ່າງຕ່າງໆ, ເຕັກໂນໂລຊີ ແລະ ອື່ນໆ.

ໃນໂອກາດດຽວກັນ, ກົມສົມເດັດພະເທບ ກໍໄດ້ສະແດງຄວາມປິຕິຍິນດີຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ອີກຄັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສະແດງຄວາມເຫັນດີເປັນເອກະພາບຕໍ່ການຕີລາຄາການພົວພັນຮ່ວມມືລະຫວ່າງ ໄທ-ລາວ ຂອງ ທ່ານ ທອງລຸນ ສີສຸລິດ ແລະ ຍັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບ ຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ຣາຊະອານາຈັກໄທ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ໃນຕອນຄໍ່າຂອງວັນດຽວກັນ ທີ່ ໂຮງແຮມ ສຸພັດຕຣາ, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຈັດພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບ ເປັນກຽດໃຫ້ແກ່ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ພ້ອມ ດ້ວຍຄະນະ ດ້ວຍບັນຍາກາດອັນດີ ແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments