Wednesday, April 23, 2025
Homeຂ່າວໜ້າໜຶ່ງຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025

ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະຈໍາປີ 2024 ແລະ ທິດທາງແຜນວຽກຈຸດສຸມ ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫສນຍ, ບັນດາທ່ານຄະນະກົມ, ຄະນະຫໍປະຊຸມແຫ່ງຊາດ, ພະນັກງານ-ລັດຖະກອນຂອງ ຫສນຍ ແລະແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພັກ-ພະນັກງານ ແລະ ວຽກງານວິຊາສະເພາະຂອງ ຫສນຍ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມປະຈຳປີ 2025 ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການປະຕິບັດໜ້າທີ່ວຽກງານ ເປັນຕົ້ນດ້ານວຽກງານການເມືອງແນວຄິດ, ວຽກງານການຈັດຕັ້ງພັກ, ວຽກງານຄຸ້ມຄອງ ແລະ ກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງການຈັດຕັ້ງ, ວຽກງານນະໂຍບາຍ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງເຄື່ອນໄຫວທາງດ້ານວຽກງານວິຊາສະເພາະກໍ່ຄືວຽກງານເສນາທິການ, ວຽກງານປະສານງານ ແລະ ວຽກງານບໍລິການຮັບໃຊ້; ວຽກງານກວດກາ; ວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານສໍານັກງານຕາມຄຳຂັວນ 3 ດີ (ເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ) ຕິດພັນກັບການປະຕິບັດທິດ 3 ຫັນ (1.ຫັນປ່ຽນຈາກແນວຄິດຄອງຄອຍ, ລໍຖ້າແຕ່ຄໍາສັ່ງ, ໄປສູ່ຄວາມເປັນເຈົ້າການກວ່າເກົ່າ; 2.ຫັນຈາກການເຮັດວຽກບໍ່ມີແບບແຜນ ໄປສູ່ການເຮັດວຽກທີ່ມີແຜນ, ມີແຜນດຳເນີນງານ ແລະ ແບ່ງຄວາມຮັບຜິດຊອບແບບຈະແຈ້ງ; ແລະ 3.ຫັນຈາກລະບົບການເຮັດວຽກຫຼາຍຂັ້ນຫຼາຍຂອດໄປສູ່ການຕັດຂັ້ນຂອດທີ່ບໍ່ຈຳເປັນອອກໃຫ້ຮັດກຸມ, ກະທັດຮັດ, ວ່ອງໄວ ແລະ ຊັດເຈນ), ຄຽງຄູ່ກັນນັ້ນກໍ່ໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ, ລວມທັງມາດຕະການໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານ;

ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງການສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ແລະ ສະຫຼຸບການຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະ ແຜນການປະຈໍາປີ 2025 ຂອງອົງຄະນະພັກ ຫສນຍ ພ້ອມທັງມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ສືບຕໍ່ເປີດບັ້ນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງ ຫສນຍ.

ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນຳຈາກທ່ານນາຍົກລັດຖະມົນຕີ ໂດຍເນັ້ນໜັກໃຫ້ ຫສນຍ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ເອົາໃຈໃສ່ກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດ; ເພີ່ມທະວີຄວາມສາມັກຄີພາຍໃນຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ; ຕ້ອງຖືເອົາການນໍາພາການເມືອງແນວຄິດເປັນບັນຫາສໍາຄັນ, ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າແລະກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງແລະລະບຽບການຂອງພັກແລະລັດວາງອອກໃຫ້ເລິກເຊິ່ງ; ການບໍລິຫານ-ການຈັດການວຽກງານໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ຫັນເປັນທັນສະໄໝ; ຍົກສູງຄວາມຮູ້ຄວາມສາມາດການເປັນເສນາທິການຊ່ວຍນາຍົກ-ຮອງນາຍົກລັດຖະມົນຕີ ແລະ ລັດຖະບານໃນການປະຕິບັດວຽກງານໂດຍສະເພາະການກະກຽມເນື້ອໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ, ກອງປະຊຸມລັດຖະບານ, ຮ່າງບົດປາໄສ, ຄົ້ນຄວ້າວິໄຈບັນຫາ, ສັງລວມເອກະສານຕ່າງໆໃຫ້ຊັດເຈນ, ວ່ອງໄວ, ຖືກຕ້ອງ ແລະ ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວຂ້ອງພ້ອມທັງຮັບປະກັນຄວາມລັບຂອງເອກະສານບໍ່ໃຫ້ຮົ່ວໄຫຼ; ສົມທົບກັບພາກສ່ວນກ່ຽວຂ້ອງເພີ່ມທະວີການໂຄສະນາປະຊາສໍາພັນແນວທາງ, ນະໂຍບາຍ ແລະ ການເຄື່ອນໄຫວຂອງລັດຖະບານ; ເປັນເຈົ້າການປະສານງານ ແລະ ຕິດຕາມຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ແຈ້ງການ, ທິດຊີ້ນໍາຂອງຂັ້ນເທິງໃຫ້ໄດ້ຮັບຜົນດີ.

ພາບ ແລະ ຂ່າວ: ກົມປະຊາສໍາພັນຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments