Tuesday, April 22, 2025
Homeຂ່າວຕ່າງປະເທດສ.ອາເມລິກາ ອາດສູນເສຍລາຍຮັບຈາກການທ່ອງທ່ຽວ ຫລາຍກວ່າ 60ຕື້ໂດລາສະຫະລັດ

ສ.ອາເມລິກາ ອາດສູນເສຍລາຍຮັບຈາກການທ່ອງທ່ຽວ ຫລາຍກວ່າ 60ຕື້ໂດລາສະຫະລັດ

ສຳນັກຂ່າວຊິນຮວາ ຂອງ ສປ ຈີນ, ສ.ອາເມລິກາ ອາດສູນເສຍລາຍຮັບຈາກພາກການທ່ອງທຽວຫລາຍກວ່າ 60 ຕື້ໂດລາສະຫະລັດ ໃນປີ 2025 ຖ້າຫາກຈຳນວນນັກທ່ອງທ່ຽວ ເດີນທາງເຂົ້າມາ ສ.ອາເມລິກາ ຫລຸດລົງແບບນີ້ຕໍ່ໄປ ຫລັງຈາກຈຳນວນຊາວຕ່າງປະເທດ ເດີນທາງຫລຸດລົງສູງເຖິງ 11% ໂດຍສະເພາະນັກທ່ອງທ່ຽວຊາວການາດາ ຊຶ່ງເປັນກຸ່ມຊາວຕ່າງປະເທດໃຫຍ່ທີ່ສຸດ ຂອງ ສ.ອາເມລິກາ ຫລຸດລົງ 18% ເມື່ອເດືອນມີນາ ທີ່ຜ່ານມາກ່ອນໜ້ານີ້ເຄີຍຫລຸດລົງ 12,5% ເມື່ອເດືອນກຸມພາ ຜ່ານມາສ່ວນຈຳນວນນັກທ່ອງທ່ຽວ ເດີນທາງອາກາດຈາກແມັກຊິກ ຫລຸດລົງຢ່າງວ່ອງໄວ ເຖິງ 23% ເມື່ອເດືອນມີນາ ທີ່ຜ່ານມາ ຍ້ອນຜົນກະທົບຈາກສົງຄາມການຄ້າທີ່ມີທາອ່ຽງຮຸນແຮງຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments