Tuesday, April 22, 2025
Homeຂ່າວຕ່າງປະເທດການເລືອກຕັ້ງປະທານາທິບໍດີ ສ.ເກົາຫລີ ຊຸດທີ 21 ຈະຈັດຂຶ້ນ ໃນວັນທີ 3 ມິຖຸນາປີນີ້

ການເລືອກຕັ້ງປະທານາທິບໍດີ ສ.ເກົາຫລີ ຊຸດທີ 21 ຈະຈັດຂຶ້ນ ໃນວັນທີ 3 ມິຖຸນາປີນີ້

ວິທະຍຸສາກົນ ແຫ່ງ ສປ ຈີນ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຫາງ​ສຽງ ​ສັງ​ຄົມ ​ສ.ເກົາຫລີ ໄດ້​ສຳຫລວດ​ຄວາມ​ຄິດ​ເຫັນປະ​ຊາ​ຊົນ​​ ກ່ຽວ​ກັບການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ເຊິ່ງ​ຜົນ​ການ​ສຳຫລວດ ທີ່​ເຜີຍ​ແຜ່​ ໃນ​ວັນ​ທີ 20 ເມ​ສາ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ: ທ່ານ ​ລີ​ແຈ​ມຽງ, ອະ​ດີດຫົວ​ໜ້າ​ພັກປະ​ຊາ​ທິ​ປະ​ໄຕ​ຮ່ວມ ​ເຊິ່ງ​ເປັນພັກຝ່າຍ​ຄ້ານ ໃຫຍ່​ທີ່​ສຸດ​ ຂອງ​ ສ.ເກົາຫລີ ​ຢູ່​ອັນ​ດັບ​ທີ 1 ​​ດ້ວຍ​ອັດ​ຕາ​​ ການ​ສະ​ໜັບ​ສະ​ໜູນ 46,1%, ທ່ານ​ ຮານ​ດັກ​ຊູ ​ຢູ່ອັນ​ດັບ​ທີ 2 ​ດ້ວຍ​ອັດ​ຕາການ​ສະ​ໜັບສະ​ໜູນ 10,6% ເຊິ່ງ​ເປັນ​​ຜູ້​ສະ​ໝັກ​ ພຽງ​ໜຶ່ງ​ດຽວ​ຈາກພັກ​​ຝ່າຍອະ​ນຸ​ລັກ​ນິ​ຍົມ​ທີ່​ມີ​ອັດ​ຕາ ​ການ​ສະ​ໜັບ​ສະ​ໜູນຫລາຍກວ່າ 10%. ອີງ​ຕາມວາ​ລະ​ການ​ເລືອກ​ຕັ້ງ, ສອງ​ພັກ​​ການ​ເມືອງ ​ຕົ້ນ​ຕໍ​ ຂອງ​ ສ.ເກົາຫລີ ຕ່າງ​ຈະ​​ຕົກ​ລົງເລືອກຜູ້​ສະ​ໝັກຮັບ​ເລືອກ​ຕັ້ງ​​ຮອບ​ສຸດ​ທ້າຍ ໃນ​ວັນ​ທີ 27 ເມ​ສາ​ນີ້ ແລະ ວັນ​ທີ 3 ພຶດ​ສະ​ພາ​ປີ​ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments