ວັນທີ 19 ເມສາ 2025, ກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ໄດ້ເດີນທາງມາຮອດດ່ານສາກົນລາວບາວ ສສ ຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ຢູ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ໃນວັນທີ 30 ເມສາ 2025 ທີ່ຈະມາເຖິງນີ້, ຝ່າຍລາວນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11 ພ້ອມຄະນະ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພັນເອກ ຟານຮູ້ຍ ຕຽບ ຮອງຫົວໜ້າກົມທະຫານຊາຍແດນຫວຽດນາມ.

ໂອກາດນີ້, ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11 ພ້ອມຄະນະ ກໍໄດ້ສະແດງຄວາມຂອບອົກຂອບໃຈ ສະຫາຍ ຟານຮູ້ຍ ຕຽບ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມໃຫ້ຄໍາໝັ້ນສັນຍາວ່າ ຈະທຸ້ມເທ່ທຸກເຫື່ອແຮງ ນໍາພາ-ຊີ້ນໍາກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ທີ່ຈະເຂົ້າຮ່ວມເດີນຂະບວນສວນສະໜາມໃນພິທີສະເຫລີມສະຫລອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໃຫ້ສຳເລັດຕາມການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ໄດ້ຮັບໝາກຜົນສູງ.

ຈາກນັ້ນ, ຄະນະກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ກໍໄດ້ເດີນທາງມາຮອດນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ດິ້ງ ຈ້ອງ ເກີ ຮອງຫົວໜ້າກອງບັນຊາການທະຫານແຂວງ ບິງ ເຊື່ອງ ຕື່ມອີກ.
ຂ່າວ-ພາບ: ມິກກີ້ ແກ້ວສຸວັນ