Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ອະດີດນາຍົກ ມາເລເຊຍ

ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ອະດີດນາຍົກ ມາເລເຊຍ

0

ໃນຕອນບ່າຍວັນທີ 18 ເມສາ 2025 ນີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າ ໃຫ້ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີ ຄົນທີ 5 ແຫ່ງ ມາເລເຊຍ ໃນວັນທີ 14 ເມສາ 2025 ທີ່ຜ່ານມາ.

ເນື້ອໃນ ປຶ້ມໄວ້ອາໄລ ລະບຸໄວ້ວ່າ: ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ເຫັນອົກເຫັນໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີ ຄົນທີ 5 ແຫ່ງ ມາເລເຊຍ.

ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ລັດຖະບານ ແລະ ປະຊາຊົນມາເລເຊຍ ໂດຍສະເພາະຄອບຄົວ ແລະ ຍາດພີ່ນ້ອງ ຂອງ ທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ມານະໂອກາດນີ້ດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version