ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ດ້ວຍຫົວຂໍ້ “ຄູ່ຮ່ວມມືທົ່ວໂລກເພື່ອການຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ” ຈະຈັດຂຶ້ນຢູ່ ນະຄອນຫຼວງຮ່າໂນ້ຍ ແຕ່ວັນທີ 14 – 17 ເມສາ ນີ້. ຄາດວ່າ, ຈະມີຜູ້ແທນປະມານ 600 ທ່ານທີ່ມາຈາກ 40 ກວ່າປະເທດ ແລະ ອົງການຈັດຂຶ້ນສາກົນເຂົ້າຮ່ວມ.
ຂ່າວລະບຸວ່າ: ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ, ກອງປະຊຸມສຸດຍອດ P4G ຄັ້ງນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບັນດາຄຳໝັ້ນສັນຍາຢ່າງແຮງຂອງຕົນ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ກໍຄືຄວາມຕັດສິນໃຈຂອງປະຊາຄົມສາກົນ ຊຸກຍູ້ຍຸດທະສາດຫັນເປັນສີຂຽວ ແລະ ຍືນຍົງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ. ທ່ານໃຫ້ຮູ້ວ່າ, ລາຍການກອງປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລື, ແບ່ງປັນການພົວພັນພາກລັດ – ເອກະຊົນ, ດຶງດູດການລົງທຶນ, ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ… ຄາດວ່າ, ກອງປະຊຸມຈະຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ຢືນຢັນບັນດາຄຳໝັ້ນສັນຍາກ່ຽວກັບການເຕີບໂຕສີຂຽວ, ຍືນຍົງ, ຖືມະນຸດເປັນໃຈກາງ, ຕັດສິນໃຈພ້ອມກັນສົມທົບກັນມີການກະທຳໂດຍມີຄວາມຮັບຜິດຊອບ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກປັດຈຸບັນ.