Sunday, April 20, 2025
Homeຂ່າວຕ່າງປະເທດກອງປະຊຸມວຽກງານປະເທດອ້ອມຂ້າງຂັ້ນສູນກາງຢູ່ນະຄອນຫລວງປັກກິ່ງ

ກອງປະຊຸມວຽກງານປະເທດອ້ອມຂ້າງຂັ້ນສູນກາງຢູ່ນະຄອນຫລວງປັກກິ່ງ

ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມວຽກງານປະເທດອ້ອມຂ້າງຂັ້ນສູນກາງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ກອງປະຊຸມດັ່ງກ່າວ ຊີ້ໃຫ້ເຫັນວ່າ: ຕ້ອງຊູຄັນທຸງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ, ຖືເອົາ ການສ້າງໜ່ວຍໂລກ ເປັນບ້ານທີ່ມີສັນຕິພາບ, ສະຫງົບສຸກ, ຄວາມຈະເລີນຮຸ່ງເຮືອງ, ສວຍງາມ ແລະ ໄມຕີຈິດ ມິດຕະພາບ ເປັນຄວາມປາດຖະໜາຮ່ວມ, ຖືເອົາທັດສະນະຄຸນຄ່າ ຂອງອາຊີ ທີ່ມີສັນຕິພາບ, ການຮ່ວມມື, ການເປີດປະຕູ ແລະ ກວມລວມ ເປັນພື້ນຖານປະຕິບັດ, ຖືເອົາການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ເປັນເວທີຕົ້ນຕໍ, ແລະ ເກາະແຂນກັບປະເທດອ້ອມຂ້າງ ຮ່ວມກັນ ສ້າງອະນາຄົດ ທີ່ດີງາມ. ກອງປະຊຸມເນັ້ນໜັກວ່າ: ການສ້າງປະຊາຄົມ ຮ່ວມຊາຕາກຳ ກັບປະເທດອ້ອມຂ້າງ, ຕ້ອງປັບປຸງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ ທາງຍຸດທະສາດ ໃຫ້ດີຂຶ້ນ, ສະໜັບສະໜູນ ບັນດາປະເທດໃນພາກພື້ນ ເດີນຕາມເສັ້ນທາງ ການພັດທະນາ ຂອງຕົນເອງ ຢ່າງໝັ້ນທ່ຽງ, ເພີ່ມທະວີການຮ່ວມມືກັນໃນຕ່ອງໂສ້ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ແລະ“ພ້ອມກັນ ປົກປັກຮັກສາ ຄວາມໝັ້ນທ່ຽງ ຂອງພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments