Saturday, April 19, 2025
Homeຂ່າວຕ່າງປະເທດສປ ຈີນ ຈັດກິດຈະກຳຕ່າງໆໃນຫົວຂໍ້ “ຊື້ເຄື່ອງຢູ່ຈີນ” ເພື່ອຊຸກຍູ້ການຍົກລະດັບການບໍລິໂພກ

ສປ ຈີນ ຈັດກິດຈະກຳຕ່າງໆໃນຫົວຂໍ້ “ຊື້ເຄື່ອງຢູ່ຈີນ” ເພື່ອຊຸກຍູ້ການຍົກລະດັບການບໍລິໂພກ

ວິທະຍຸສາກົນແຫ່ງ ສປ ຈີນ,ວັນທີ 13 ເມສານີ້, ກະຊວງການຄ້າຈີນ ໄດ້ຮ່ວມກັບ 6 ພາກສ່ວນ ເລີ່ມຈັດກິດຈະກຳຕ່າງໆໃນຫົວຂໍ້ “ຊື້ເຄື່ອງຢູ່ຈີນ” ໃນງານວາງສະແດງສິນຄ້າອຸປະໂພກ -ບໍລິໂພກສາກົນຈີນຄັ້ງທີ 5 ທີ່ຈັດຂຶ້ນຢູ່ແຂວງໄຫຫລຳ ເພື່ອຈັດຕັ້ງປະຕິບັດຕາມ ແຜນນະໂຍບາຍ ຂອງສູນກາງພັກກອມມູນິດຈີນ ແລະ ລັດຖະບານຈີນ ກ່ຽວກັບ ການຊຸກຍູ້ດ້ານອຸປະໂພກ-ບໍລິໂພກ ແລະ ຂະຫຍາຍ ຄວາມຕ້ອງການ ພາຍໃນປະເທດ, ເລັ່ງດຳເນີນກິດຈະກຳ ສະເພາະ ທີ່ຊຸກຍູ້ດ້ານອຸປະໂພກ-ບໍລິໂພກ, ກະຊວງການຄ້າຈີນຮ່ວມກັບ 6 ພາກສ່ວນ ໄດ້ຈັດວາງການດຳເນີນກິດ ຈະກຳທີ່ມີຫລາກຫລາຍສີສັນ ແລະ ມີຫລາຍຮູບແບບ ເຊັ່ນ: ຊື້ເຄື່ອງຄຸນນະພາບສູງ, ອາຫານ ຄຸນນະພາບສູງ, ການທ່ອງທ່ຽວ ຄຸນນະພາບສູງ, ງານວາງສະແດງສິນຄ້າ ທີ່ມີຄຸນນະພາບສູງ ແລະອື່ນໆ ຢູ່ທ້ອງຖິ່ນຕ່າງໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments