Saturday, April 19, 2025
Homeບຸນປະເພນີຮ່ວມສືບສານປະເພນີຮຽງເກີຍ ຢູ່ນະຄອນ ຫຼວງພະບາງ

ຮ່ວມສືບສານປະເພນີຮຽງເກີຍ ຢູ່ນະຄອນ ຫຼວງພະບາງ

ວັນທີ 13 ເມສາ 2025 ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດພິທີແຫ່ຊ້າງຮຽງເກີຍ ເຊີ່ງເປັນພິທີກັມ ຄອບລາ ຫລືບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫລືສັງກາດປີໃຫມ່ ຕາມຄວາມເຊື່ອຖືມາແຕ່ບູຮານນະການ ທ່ານ ແສງຈັນ ເພຍສາຂາ ນາຍບ້ານປ່າຂາມ ໄດ້ໃຫ້ສຳພາດ ວ່າ: ພິທີແຫ່ຊ້າງຮຽງເກີຍ ເປະເພນີທີ່ປະຊາຊົນລາວ ໄດ້ສືບທອດກັນມາຫຼາຍເຊັ່ນຄົນ ເພາະປະເທດລາວເຄີຍເປັນອານາຈັກລາວລ້ານຊ້າງມາກ່ອນ ເຊີ່ງໃນປີນີ້ ຄະນະຮັບຜິດຊອບຂອງບ້ານປ່າຂາມ ໄດ້ພ້ອມກັນກະກຽມວຽກງານຫຼາຍດ້ານ ເຮັດໃຫ້ການຈັດພິທີມີຜົນສຳເລັດ.

ສຳລັບຄວາມໝາຍຄຳວ່າຊ້າງຮຽງເກີຍ ສະໄໝກ່ອນ ແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ: ສັງກາດ ສັງຂານໃຫມ່ ເຈົ້າຜູ້ໃຫຍ່ ຖ້າຍປີ ຖ້າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍຫນ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ, ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ, ເພາະ “ຊ້າງ“ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ຊ້າງນໍາໃຊ້ເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ“ ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະຄຳວ່າ “ເກີຍ“ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ.

ອີກຄວາມໝາຍໜື່ງແຫ່ຊ້າງຮຽງເກີຍ ເປັນພິທີສ່ຽງ-ທວາຍ ໃນປີນັ້ນວ່າ ເປັນປີທີ່ດິນຟ້າອາກາດສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫລື ຫຍຸ້ງຍາກຫຍັງແດ່ ຈະເກີດຂຶ້ນ ກັບບ້ານເມືອງ ແລະບັນດາພົນລະເມືອງ ເພື່ອຈະອາໄສ ດິນຟ້າອາກາດໃນການ ເຮັດກະສິກຳ ເພື່ອຈະກະກຽມຮັບມືກັບເຫດການທີຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ). ເຊີ່ງໃນພິທີຊ້າງຮຽງເກີຍ ຈະມີພຶດພັນທັນຍາຫານຫລາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ, ກ້ວຍ, ອ້ອຍ, ຖົ່ວ, ງາ, ເຫລົ້າ, ເຂົ້າຕົ້ມ, ເຂົ້າໝົມ, ເຂົ້າໂຄບ, ເຂົ້າຂຽບ ແລະອື່ນໆຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ ກິນກ້ວຍ ກິນອ້ອຍ ກໍ່ຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍ່ຈະສະຫງົບສຸຂ ຮົ່ມເຢັນ ນ້ຳຟ້ານ້ຳຝົນກໍ່ຈະອຸດົມສົມບູນ ຖ້າປີນັ້ນຊ້າງກິນເຫລົ້າ ກໍ່ຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫລົ່ານີ້ ເປັນຕົ້ນ. ເຊີ່ງໃນປີນີ້ ໄດ້ມີຂະບວນແຫ່ເລີ້ມຈາກໜ້າຫ້ອງວ່າການແຂວງ ມີຊ້າງເຂົ້າຮ່ວມຂະບວນແຫ່ຈຳນວນ 7 ເຊືອກ ຫຼື ໂຕ ນຳພາຂະບວນໂດຍ ການນຳຂອງແຂວງ-ນະຄອນຫຼວງພະບາງ ແລະມວນຊົນຊາວຫຼວງພະບາງ ເຊີ່ງໄດ້ເລີ້ມຂະບວນແຫ່ຈາກໜ້າຫ້ອງວ່າການແຂວງ ນໍາຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ຈາກນັ້ນ ໄດ້ເຄື່ອນຂະບວນໄປວັດຊຽງທອງ ພ້ອມທັງຕໍ່ທຳພິທີ ສູ່ຂັວນຊ້າງ ຢູ່ລານເກີຍຊ້າງວັດຊຽງທອງ ຕື່ມອີກ.

ຂ່າວ-ພາບ: ອາພຸດເດດ ບຸບຜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments