Saturday, April 19, 2025
Homeຂ່າວຕ່າງປະເທດງານເສວະ​ນາ “ພະ​ລັງແຫ່ງ​ແນວ​ຄິດ-ຈີນ​ກັບ​ອາ​ຊຽນ” ຂອງ CGTN ຈັດ​ຂຶ້ນ​ຢູ່ ມາ​ເລ​ເຊຍ

ງານເສວະ​ນາ “ພະ​ລັງແຫ່ງ​ແນວ​ຄິດ-ຈີນ​ກັບ​ອາ​ຊຽນ” ຂອງ CGTN ຈັດ​ຂຶ້ນ​ຢູ່ ມາ​ເລ​ເຊຍ

ເນື່ອງ​ໃນ​ໂອ​ກາດ​ທີ່​ ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປ​ະ​ທານ​ປະ​ເທດ​ຈີນ​ຈະ​ເດີ​ນ​ທາງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ, ມາ​ເລ​ເຊຍ ແລະ ກຳ​ປູ​ເຈຍ​ທາງ​ລັດ​ຖະ​ກິດ, ໂທ​ລະ​ພາບ​ສາ​ກົນ​ຈີນ ຫຼື CGTN ​ຮ່ວມ​ກັບສະ​ມາ​ຄົມ​ການ​ສຶກ​ສາ​ຈີນ​ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ລາ​ມານ​ຂອງ​ມາ​ເລ​ເຊຍ ໄດ້ຮ່ວມກັນເປັນ​ເຈົ້າ​ພາບ​ຈັດງານເສວະ​ນາ “ພະ​ລັງ​ແຫ່ງ​ແນວ​ຄິດ-ຈີນ​ກັບ​ອາ​ຊຽນ” ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ຂອງ​ມາ​ເລ​ເຊຍ​ໃນ​ວັນ​ທີ 11 ເມ​ສາ​ນີ້ ໂດຍ​ໄດ້​ເຊື້ອ​ເຊີນ​ແຂກ​ຜູ້​ມີ​ກຽດ 4 ທ່ານ ເຊັ່ນ: ທ່ານ​ອັອງ​ຕີ​ເກດ ​ປະ​ທານ​ສະ​ມາ​ຄົມສົ່ງ​ເສີມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ ແລະ​ ທ່ານ​ອື່ນໆ​ເຂົ້າ​ຮ່ວມ ແລະ ກ່າວ​ປາ​ຖະ​ກະ​ຖາ ກ່ຽວ​ກັບ​ແນວ​ຄວາມ​ຄິດທີ່​ຮັກ​ແພງ​ກັນ, ​ຈິງ​ໃຈ​ຕໍ່​ກັນ, ອະນຸເຄາະຕໍ່​ກັນ ແລະ ໂອບອ້ອມອາລີ ທີ່​ທ່ານ​ສີ​ຈິ້ນ​ຜິງເປັນຜູ້​ສະ​ເໜີ ແລະ ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ” ພ້ອມ​ທັງ​ໄດ້​ເສວະນາກັນຢ່າງ​ຄຶກ​ຄັກ.

ແຂກ​ຜູ້​ມີ​ກຽດເຕັມໄປດ້ວຍ​ຄວາມຄາດ​ຫວັງ​ຕໍ່​ການ​ເດີນທາງຢ້ຽມ​ຢາມປະເທດອາຊີຕາເວັນອອກສຽງໃຕ້​ຂອງ​ທ່ານ​ສີ​ຈິ້ນ​ຜິງໃນ​ຄັ້ງ​ນີ້ ແລະ ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ແລະ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ຕື່ມ​ອີກ​ໃນ​ດ້ານ​ເຕັກ​ນິກ​ສີ​ຂຽວ ແລະ ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລະ​ຫວ່າງ​ຈີນ​ ແລະ​ ອາ​ຊຽນ ແລະ ກໍ​ຈະ​ຊ່ວຍ​ຊຸກ​ຍູ້​ໃຫ້ປະ​ເທດ “ເຂດ​ໂລກ​ໃຕ້” ສາ​ມັກ​ຄີ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments