Saturday, April 19, 2025
Homeບຸນປະເພນີຫຼວງພະບາງ ຮ່ວມສືບສານປະເພນີເອົານ້ຳທ່ຽງຂອງປູ່ເຍີຍ່າເຍີ

ຫຼວງພະບາງ ຮ່ວມສືບສານປະເພນີເອົານ້ຳທ່ຽງຂອງປູ່ເຍີຍ່າເຍີ

ຕອນບ່າຍຂອງວັນທີ່ 14 ເມສາ 2025 ນີ້ ກົງກັນກັບມື້ສັງຂານລ່ວງ ມວນຊົນຊາວນະຄອນຫລວງພະບາງ ເມືອງມໍຣະດົກໂລກ ໄດ້ຮ່ວມສືບສານປະເພນີການໄປຕັກນ້ຳທ່ຽງ ຂອງ ປູ່ເຍີ ຍ່າເຍີ ໂດຍໄດ້ມີການແຫ່ຂະບວນອອກຈາກຫໍເທວະດາຫຼວງ ໃນວັດອາຮາມອຸດຕະມາທານີ ໄປຕາມເສັ້ນທາງແຕ່ບ້ານ ວີຊຸນ ຫາ ບ້ານ ໝື່ນນາ ລົງໄປຫາທ່ານ້ຳຄານ ເພື່ອຕັກເອົານ້ຳທ່ຽງ ແລ້ວແຫ່ກັບຄືນສູ່ຫໍ ໂດຍມີມວນຊົນເຂົ້າຮ່ວມຂະບວນເປັນຈຳນວນຫຼາຍ. ໄລຍະຜ່ານມາ ຮີດຄອງທີ່ຕິດພັນກັບ ປູ່ເຍີ ຍ່າເຍີ ຫຼື ຫໍເທວະດາຫຼວງ ແມ່ນໄດ້ຮັບການເຄົາລົບນັບຖືມາຫຼາຍເຊັ່ນຄົນ, ເຊີ່ງກິດຈະກຳຂອງປູ່ເຍີ ຍ່າເຍີ ນັ້ນລ້ວນແຕ່ເປັນປະເພນີທີ່ສຳຄັນຂອງຊາດ ກ່ອນຈະນໍາເອົາປູ່ເຍີ ຍ່າເຍີ ອອກໄປເຄື່ອນໄຫວນັ້ນ ຈະຕ້ອງໄດ້ເຮັດພິທີທາງສາສະໜາສາກ່ອນ, ໂດຍແມ່ນຄອບຄົວ ພົງສະຫັວນ ໄດ້ນຳພາລູກຫຼານ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນອານຸລັກວັດທະນະທຳ ການເຊື່ອຖືນີ້ມາໂດຍຕະຫຼອດ, ພໍຮອດປີໃໝ່ລາວທຸກປີ ໄດ້ມີການທຳພິທີທາງສາສະໜາ ເພື່ອບູຊາແດ່ ປູ່ເຍີ ຍ່າເຍີ ດ້ວຍອາຫານຫວານ-ຄາວຕາມປະເພນີ.

ສຳລັບສະເພາະກິດຈະກຳການເອົານ້ຳທ່ຽງ ເປັນປະເພນີໜື່ງທີ່ສຳຄັນແມ່ນ ເຊີ່ງຈະມີຂື້ນໃນມື້ສັງຂານລ່ວງຂອງທຸກປີ ຕາມການບອກເລົ່າຂອງຄົນບູຮານ ໄລຍະຜ່ານມາ ປູ່ເຍີ ຍ່າເຍີ ໄດ້ໄປຕັກເອົານ້ຳຄານ ທີ່ທ່າຜາບັງ ຫຼື ເອີ້ນວ່າທ່າອ້າຍຄຳຫຼ້າ ອ້າຍຫົງຄຳ ໜື່ງໃນຕຳນານນາກ 15 ຕະກຸນ ທີ່ເປັນເຈົ້າຮັກສາແມ່ນ້ຳໃນຫຼວງພະບາງ, ແຕ່ມາຮອດຫຼາຍປີຜ່ານມາ ໄດ້ຂໍອານຸຍາດນຳພະແມ່ທໍລະນີ ແລະພະຍານາກ ປ່ຽນທ່າມາຕັກເອົານ້ຳທ່ຽງ ຢູ່ເບື້ອງເທິງປາກຫ້ວຍມາວ ເຊິ່ງເອີ້ນວ່າ ທ່າອ້າຍແອນ້ອຍ, ເພາະນ້ຳທ່ຽງ ຖືວ່າເປັນນ້ຳສັກສິດ ສະອາດ ບໍລິສຸດ, ເພື່ອເອົາໄວ້ຫົດສົງອົງພຣະບາງ ໃນມື້ອັງເຊີນອົງພະບາງລົງມາຫົດສົງ ແລະຫົດສົງທາດໜ້າຫໍ.

ຕາມນິທານເລົ່າຂານສືບຕໍ່ກັນມາຫຼາຍເຊັ່ນຄົນ ປູ່ເຍີ ຍ່າເຍີ ແມ່ນຜູ້ທີ່ຕັດເຄືອເຂົາກາດໃຫຍ່ ທີ່ບັງແສງສະຫວ່າງຈາກດວງອາທິດ ມາສູ່ໂລກມະນຸດ, ພາຍຫຼັງທີ່ໄດ້ຕັດເຄືອເຂົາກາດສຳເລັດ ທັງສອງໄດ້ຖືກເຄືອເຂົາກາດ ລົ້ມທັບຈົນເສຍຊີວິດ, ແຕ່ກ່ອນຈະຕັດເຄືອເຂົານັ້ນ ປູ່ເຍີ ຍ່າເຍີ ໄດ້ຂໍຮ້ອງກັບມວນມະນຸດວ່າ: ກ່ອນຈະເດີນທາງໄປທາງໃດ ຫຼື ຈະກະທຳອັນໃດ ຂໍໃຫ້ນຶກເຖິງບຸນຄຸນຂອງຕົນເອງທັງສອງ, ຊາວລາວບັນດາເຜົ່າ ໂດຍສະເພາະແມ່ນຊາວ ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ມັກຈະລົງທ້າຍທຸກຖ້ອຍຄຳເວົ້າດ້ວຍສະຫຼະເອີ ເປັນຕົ້ນ ໄປເຍີ, ມາເຍີ, ກີນເຍີ, ນອນເຍີ.

ຂ່າວ-ພາບ : ອາພຸດເດດ ບຸບຜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments