ຕາມຂ່າວຈາກວໍຊີງຕັນ, ມາດຕະການຂອງ ສ.ອາເມລິກາ ໃນການເກັບພາສີສິນຄ້າ ທີ່ນຳເຂົ້າຈາກ ສປ ຈີນ ສູງເຖິງ 104% ມີຜົນບັງຄັບໃຊ້ແລ້ວ ນັບແຕ່ ວັນທີ 9 ເມສານີ້ ເປັນຕົ້ນໄປ ຫລັງຈາກ ສປ ຈີນ ບໍ່ຍອມໂຈະການເກັບພາສີຕອບໂຕ້ ສ.ອາເມລິກາ 34% ພາຍໃນເວລາ ທີ່ກຳນົດ ຊຶ່ງເພີ່ມຂຶ້ນຈາກ 20% ໃນເມື່ອກ່ອນ. ນອກຈາກນີ້ຍັງມີຄວາມເປັນໄປໄດ້ ທີ່ ສປ ຈີນ ຈະໃຊ້ມາດຕະການ ຕອບໂຕ້ ອື່ນໆຕໍ່ ສ.ອາເມລິກາ ເປັນຕົ້ນ ເພີ່ມພາສີນຳເຂົ້າ ຜະລິດຕະພັນ ດ້ານກະສິກຳ ໂດຍສະເພາະ ຖົ່ວເຫລືອງ ແລະ ຝ້າຍ. ການຫ້າມ ນຳເຂົ້າ ສັດປີກ ຈາກ ສ.ອາເມລິກາ,ໂຈະການຮ່ວມມື ເລື່ອງການລັກລອບ ນຳເຂົ້າ ສານເສບຕິດ ເຟນທານິລ ຫລື ຈຳກັດ ການນຳເຂົ້າ ພາຫະນະ ຈາກ ສ.ອາເມລິກາ ເພີ່ມຕື່ມອີກ. ມາດຕະການ ກຳແພງ ພາສີ ທີ່ ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ປະກາດໃຊ້ກັບ ສປ ຈີນ ແລະ ປະເທດຕ່າງໆ ທົ່ວໂລກ ເຮັດໃຫ້ ສົງຄາມການຄ້າໂລກ ເພີ່ມທະວີ ຄວາມຮຸນແຮງ ຂຶ້ນມາອີກຄັ້ງ. ປັດຈຸບັນ ເກືອບ 70 ປະທດ ພ້ອມທີ່ ຈະເຈລະຈາກັບ ສ.ອາເມລິກາ.ສ່ວນ ສປປ ລາວ ກໍ່ໄດ້ຮັບຜົນກະທົບ ຈາກການຂຶ້ນພາສີ ຄັ້ງນີ້ເຊັັ່ນກັນ ສູງເຖິງ 48%.ຂະນະນທີ່ ປະຊາຊົນ ໃນ ສ.ອາເມລິກາ ທີ່ອາໄສຢູ່ໃນ 50 ລັດ ພວມເດີນຂະບວນ ປະທ້ວງ ກ່ຽວກັບ ການຕັ້ງກຳແພງພາສີ ເຮັດໃຫ້ສົ່ງຜົນກະທົບ ຢ່າງໜັກ ທັງພາຍໃນ ແລະ ຕ່າງປະເທດ ທົ່ວໂລກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ