Saturday, April 12, 2025
Homeຂ່າວຕ່າງປະເທດນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

ວິທະຍຸສາກົນ ແຫ່ງ ສປ ຈີນ, ​ວັນ​ທີ 10 ເມ​ສາ​ນີ້, ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.ໂດຍລະບຸວ່າ: ໃນ​ຖາ​ນະ​ເປັນ​ກຸ່ມ ​ເສດ​ຖະ​ກິດ​ໃຫຍ່​ ອັນ​ດັບ 5 ​ຂອງ​ທົ່ວ​ໂລກ, ອາ​ຊຽນ ​ສະ​ແດງ​ຄວາມ​ເປັນ​ຫ່ວງ​​ ເປັນໃຍ ​ທີ່​ສຸດ ​ຕໍ່​ນະ​ໂຍ​ບາຍ​ພາ​ສີ ​ຝ່າຍ​ດຽວ​ທີ່​ ສ.ອາ​ເມ​ລິ​ກາ​ ໄດ້​ປະ​ຕິ​ບັດ ໃນໄລຍະຜ່ານມາ, ​ເຊິ່ງມັນ​ຈະສ້າງ ​​ຜົນ​ກະ​ທົບ​ຕໍ່ ​ການ​ຄ້າ​ໃນ​ພາກ​ພື້ນ ແລະ​ ສາ​ກົນ, ສົ່ງ​ຜົນ​ກະ​ທົບ​ຕໍ່ ວິ​ສາ​ຫະ​ກິດ ແລະ ​ຜູ້​ບໍ​ລິ​ໂພກ​ໃນ​ທົ່ວ​ໂລກ​ ໃນ​ນັ້ນ ລວມ​ທັງ ສ.ອາ​ເມ​ລິ​ກາ.ຖະ​ແຫລງ​ການ​ ລະ​ບຸ​ຕື່ມ​ວ່າ: ອາ​ຊຽນ ​ຈະ​ເດັດ​ດ່ຽວ​ ໜຽວ ​ແໜ້​ນ​ ຊຸກ​ຍູ້ ​ໃຫ້​ເສດ​ຖະ​ກິດ ຂອງ​ພາກ​ພື້ນ ​ເຊື່ອມ​ໂຍງ​ ເຂົ້າ​ກັນ ​ກ້າວ​ສູ່​ລວງ​ເລິກ, ກຳ​​ເອົາໂອ​ກາດ ​​ຈາກ​ສິ່ງ​ທ້າ​ທາຍ ​ສາ​ກົນ, ປົກ​ປັກ​ຮັກ​ສາ ​ສະ​ພາບ​ແວດ​ລ້ອມ ​ເສດ​ຖະ​ກິດ​ ໃນ​ພາກ​ພື້ນ ​ທີ່​ສະ​ເໝີ​ພາບ​ກັນ, ກວມ​ລວມ ແລະ​ ເປີດ​ປະ​ຕູ, ສ້າງ​ພື້ນ​ຖານ ​ໃຫ້​ແກ່ ​ການ​ເຕີບ​ໂຕ ​ຂອງ​ການ​ຄ້າ ແລະ ​ການ​ພັດ​ທະ​ນາ​ ໃນ​ພາກ​ພື້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments