ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນຂະບວນການຊຸກຍູ້ການສ້າງສາຄວາມທັນສະໄໝ, ຈີນ ໄດ້ປະຕິບັດຍຸດທະສາດທີ່ສຳຄັນຍິ່ງ, ນັ້ນກໍຄື: ການພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນ. ນີ້ແມ່ນພຶດຕິກຳຕົວຈິງໃນການປະຕິບັດແນວຄິດ ສີຈິ້ນຜິງ ກ່ຽວກັບເສດຖະກິດ. ຕໍ່ໄປ, ພວກເຮົາຈະມາເລົ່າສູ່ຟັງວ່າ: ຍຸດທະສາດດັ່ງກ່າວເປັນຍຸດທະສາດແບບໃດ? ເປັນຫຍັງຕ້ອງເຮັດແນວນີ້ ແລະ ຈະເຮັດແນວໃດ?
ຈີນ ຄືຈິກຊໍແຜ່ນໜຶ່ງ ທີ່ຫລາກຫລາຍສີສັນ, ພາກຕາເວັນອອກເບື້ອງແຄມຝັ່ງທະເລໄດ້ປະກາຍແສງເປັນຕົວເມືອງທັນສະໄໝ, ພາກກາງ ແລະ ພາກຕາເວັນຕົກເປັນບ່ອນທີ່ມີມິ່ງຂວັນອັນປະເສີດດ້ານສິ່ງແວດລ້ອມທຳມະຊາດ ແລະ ວັດທະນະທຳ, ພາກຕາເວັນອອກສຽງເໜືອມີຈຸດເດັ່ນໃນການຜະລິດ ແລະ ຫລໍ່ຫລອມເຫລັກກ້າ ແລະ ເຂດພິເສດພາກໃຕ້ແມ່ນຕົວແບບໃນການປະຕິຮູບບ້ານ ຫາ ປານ້ອຍໆ ໃຫ້ເປັນບ້ານທີ່ທັນສະໄໝ. ດັ່ງນັ້ນ, ການພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນ ກໍແມ່ນເພື່ອເຮັດໃຫ້ຈິກຊໍທຸກໆແຜ່ນສາມາດປະກາຍແສງຂອງໃຜມັນ ເພື່ອປະກອບເປັນພາບທີ່ສວຍງາມແຫ່ງຄວາມຮັ່ງມີຮ່ວມກັນ.
ເປັນຫຍັງຕ້ອງພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນ: ເພື່ອແກ້ໄຂບັນຫາຈາກການພັດທະນາຢ່າງວ່ອງໄວ ການພັດທະນາຢ່າງວ່ອງໄວເປັນເວລາ 40 ກວ່າປີ ໄດ້ນຳບັນຫາຕ່າງໆ ມາໃຫ້ແກ່ປະເທດຈີນ ເປັນຕົ້ນວ່າ ເມື່ອເຂດສາມລ່ຽມປາກແມ່ນ້ຳຢາງຊີກຽງ ທີ່ມີຄວາມຈະເລີນຢູ່ທາງພາກຕາເວັນອອກຂອງຈີນ ມີສາຍຮຸ່ງແຈ້ງຈາກໄຟຟ້າແລ້ວ, ແຕ່ຢູ່ໃນຊົນນະບົດທາງພາກຕາເວັນຕົກ ຍັງອາດຈະຕ້ອງໄຕ້ທຽນຢູ່. ຄວາມບໍ່ດຸນດ່ຽງແບບນີ້ເໝືອນດັ່ງຄົນໂຕໃຫຍ່ຂາດ້ຽງ, ຈະທ່ວງດຶງໃຫ້ຈັງຫວະການພັດທະນາໃຫ້ຊ້າລົງໂດຍລວມ ແລະ ຍັງອາດຈະສ້າງຄວາມຂັດແຍ້ງຂຶ້ນໃນສັງຄົມນຳອີກ. ຍຸດທະສາດການພັດທະນາເຂດແຄວ້ນຕ່າງໆ ຢ່າງກົມກຽວກັນ ແມ່ນສຸມກຳລັງຫລຸດຜ່ອນຄວາມແຕກໂຕນກັນລະຫວ່າງ ເຂດແຄວ້ນໃຫ້ໜ້ອຍລົງ, ຫລີກລ່ຽງບໍ່ໃຫ້ເສຍຄວາມດຸນດ່ຽງກັນຫລາຍເກີນໄປ, ເພື່ອໃຫ້ຜົນງານການພັດທະນາເຂົ້າເຖິງປະຊາຊົນຢູ່ໃນເຂດແຄວ້ນຕ່າງໆຢ່າງສະເໝີພາບກັນ.
ເຮັດແນວໃດ ຈຶ່ງຈະສາມາດພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນໄດ້: ເຄັດລັບດ້ານການບໍລິຫານຢູ່ທ່າມກາງສະຕິປັນຍາທີ່ມີປະຫວັດຄວາມເປັນມາເຖິງ 5.000 ປີ ການທີ່ ຈີນ ປະຕິບັດຍຸດທະສາດການພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນ ແມ່ນໄດ້ໝູນໃຊ້ສະຕິປັນຍາທີ່ໄດ້ສືບທອດກັນມາເປັນເວລາ 5.000 ປີ. ອັນທໍາອິດ ແມ່ນແນວຄິດຄວາມເປັນລະບົບ. ແຕ່ບູຮານນະການມາ, ໃນແນວຄິດການຄຸ້ມຄອງບໍລິຫານປະເທດຂອງຈີນ ກໍໄດ້ເນັ້ນໜັກການວາງແຜນໂດຍລວມ, ມາຮອດປັດຈຸບັນ, ການສ້າງຕະຫລາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ ແລະ ການສ້າງເຄືອຂ່າຍທາງລົດໄຟຄວາມໄວສູງ ທີ່ເຊື່ອມໂຍງບ່ອນຕ່າງໆໃນທົ່ວປະເທດຈີນ, ກໍເປັນການໝູນໃຊ້ແນວຄິດຄວາມເປັນລະບົບ ແລະ ແນວຄິດການເບິ່ງບັນຫາໂດຍລວມໃນດ້ານການຄຸ້ມຄອງບໍລິຫານປະເທດ. ຖັດມາແມ່ນແນວຄິດການເຊື່ອມໂຍງເຂົ້າກັນ, ທັບມ້າງກໍາແພງດ້ານການບໍລິຫານ ກໍຄືສະພາບການແບ່ງເຂດບໍລິຫານ ລະຫວ່າງ ເຂດແຄວ້ນຕ່າງໆ, ຈັດສັນຊັບພະຍາກອນຢ່າງພຽບພ້ອມກັນ, ປັບປຸງປົວແປງມົນລະພິດດ້ານສິ່ງແວດລ້ອມພ້ອມກັນ, ຮ່ວມກັນຊົມໃຊ້ຜົນງານດ້ານການພັດທະນາ. ນອກນີ້ຍັງມີການເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ, ແຕ່ລະທ້ອງຖິ່ນຕ່າງກໍຊອກຫາທ່າແຮງຂອງຕົນໃຫ້ຖືກຕ້ອງ, ພັດທະນາອຸດສາຫະກໍາທີ່ມີເອກະລັກພິເສດ ເພື່ອບັນລຸການພັດທະນາທີ່ມີຄຸນນະພາບສູງຢູ່ເຂດແຄວ້ນຕ່າງໆ.
ການທີ່ ຈີນ ປະຕິບັດຍຸດທະສາດການພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນ, ບໍ່ແມ່ນການເສຍສະຫລະຈຸດເດັ່ນເພື່ອເກື້ອກູນຈຸດອ່ອນ ແລະ ບໍ່ແມ່ນຈັດສັນຊັບພະຍາກອນຢ່າງສະໝ່ຳສະເໝີໂດຍເດັດຖານ, ແຕ່ຫາກແມ່ນການສ້າງກາລະໂອກາດໃໝ່. ຕົວຢ່າງເຊັ່ນ: ວິສາຫະກິດຊຽງໄຮ ໄປສ້າງຕັ້ງໂຮງງານຢູ່ເຂດປົກຄອງຕົນເອງອຸຍເກີຊິນຈ່ຽງ, ບໍ່ພຽງແຕ່ສາມາດຫລຸດຜ່ອນຕົ້ນທຶນເທົ່ານັ້ນ, ແຕ່ຍັງສາມາດສົ່ງເສີມການປະກອບອາຊີບນໍາອີກ; ການສັງລວມຊັບພະຍາກອນດ້ານການຄົ້ນຄວ້າວິທະຍາສາດ ລະຫວ່າງ ແຂວງກວາງຕຸ່ງ- ຮົງກົງ-ມາກາວ, ໄດ້ບົ່ມເພາະຍີ່ຫໍ້ສິນຄ້າປະດິດສ້າງໃໝ່ລະດັບໂລກເປັນຕົ້ນແມ່ນເຮືອບິນແບບບໍ່ມີຄົນຂັບຂອງ DJI ແລະອື່ນໆ.
ເມື່ອປະສົບການຢູ່ພາກຕາເວັນອອກ, ຄວາມສາມາດການຜະລິດຢູ່ພາກກາງ ແລະ ຊັບພະຍາກອນຢູ່ພາກຕາເວັນຕົກຂອງຈີນ ໄດ້ປະສານສົມທົບກັນແລ້ວກໍ່ໃຫ້ ເກີດມີປະສິດທິຜົນ, ມີຄວາມສາມາດຕ້ານກັບຄວາມສ່ຽງ ແລະ ຄວາມໜຽວແໜ້ນດ້ານການເຕີບໂຕຂອງຈີນ ໃນຖານະທີ່ເປັນກຸ່ມເສດຖະກິດໃຫຍ່ນັ້ນກໍມີຄວາມເຂັ້ມແຂງຫລາຍກວ່າເກົ່າຢ່າງພຽບພ້ອມກັນ. ຈີນ ພວມໝູນໃຊ້ສະຕິປັນຍາອັນເກົ່າແກ່ມາແກ້ໄຂບັນຫາການຄຸ້ມຄອງບໍລິຫານໃນຍຸກປັດຈຸບັນ. ຍຸດທະສາດການພັດທະນາເຂດແຄວ້ນຕ່າງໆຢ່າງກົມກຽວກັນປຽບເໝືອນດັ່ງ “ກະແຈຄໍາ”, ພວມໄຂປະຕູແຫ່ງຄວາມທັນສະໄໝທີ່ ປະຊາຊົນທຸກຖ້ວນໜ້າບັນລຸຄວາມຮັ່ງມີຮ່າວມກັນ.