ວັນທີ 10 ເມສາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຮອງປະທານ, ຜູ້ປະຈຳ ການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ໃຫ້ກຽດເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມການທະຫານ ໄລຍະສັ້ນ ພາຍໃຕ້ຫົວຂໍ້ “ໃຕ້ຝຸ່ນ-2025” ຂອງກໍາລັງຕີພິເສດ ກອງທັບປະຊາຊົນລາວ, ມີສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາການນໍາ ກະຊວງປ້ອງກັນປະເທດ, ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້, ໄດ້ດຳເນີນມາແຕ່ວັນທີ 20 ມີນາ 2025 ມີພະນັກງານ-ນັກຮົບ ເຂົ້າຮ່ວມຝຶກອົບຮົມ. ທັງນີ້, ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານຍຸດທະວິທີສູ້ຮົບແບບທັນສະໄໝ ໃຫ້ແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ໃຫ້ມີຄວາມພ້ອມໃນການປະຕິບັດໜ້າທີ່ ໃນສະຖານະການຕ່າງໆ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເປັນຕົ້ນ ການນຳໃຊ້ອາວຸດ ໃນສະຖານະການຈຳລອງການປະທະກັບສັດຕູ; ການໂຍນຕົວລົງມາຈາກເຮືອບິນ ເພື່ອໂຈມຕີສັດຕູ; ການນຳໃຊ້ລົດ ເພື່ອໄລ່ຈັບ ແລະ ຕອບໂຕ້ການໂຈມຕີ; ການຕອບໂຕ້ການບຸກລຸກ, ການນຳໃຊ້ເຕັກໂນໂລຊີ ໂດຍສະເພາະ ໂດນບິນເພື່ອສຳຫລວດ ແລະ ປະຕິບັດໜ້າທີ່ທາງທະຫານ.

ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດານາຍ ແລະ ພົນທະຫານ ທີ່ໄດ້ມີຄວາມເອົາໃຈໃສ່ ຕໍ່ການຝຶກອົບຮົມຄັ້ງນີ້ ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້; ພ້ອມທັງ ຕີລາຄາສູງ ຕໍ່ການຝຶກແອບສິນລະປະຍຸດທະວິທີ ຂອງເຫລົ່າຮົບຕີພິເສດວ່າ: ເປັນການສືບຕໍ່ອັນສໍາຄັນ ໃນການເສີມຂະຫຍາຍຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນ, ສະຫາຍ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຄູຝຶກຝ່າຍລາວ ແລະ ຝ່າຍຣັດເຊຍ ທີ່ໄດ້ມີຄວາມອົດທົນ, ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໂດຍໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນການຖ່າຍທອດຄວາມຮູ້ ເຂົ້າໃນການສິດສອນ ທາງດ້ານເຕັກນິກ ແລະ ບົດຮຽນຕ່າງໆ ໃຫ້ກຳລັງຕີພິເສດຂອງກອງທັບປະຊາຊົນລາວ, ອັນໄດ້ເຮັດໃຫ້ບັນດາກໍາລັງ ກໍຄື ຜູ້ທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ກຳໄດ້ ແລະ ສາມາດປະຕິບັດໄດ້ຢ່າງຖືກຕ້ອງ, ມີຄວາມຊໍານິຊໍານານ ໃນການນໍາໃຊ້ອາວຸດ ແລະ ພາຫະນະການທະຫານ ຢ່າງຄ່ອງແຄ້ວ ແລະ ມີປະສິດທິຜົນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ກໍາລັງຕີພິເສດກອງທັບປະຊາຊົນລາວ ຫລາຍຂຶ້ນ.

ໃນຕອນທ້າຍ, ສະຫາຍ ພັນເອກ ອີວານ ຕາໄຣເຢັບ ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກຣັດເຊຍ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະຫາຍ ຮອງນາຍົກລັດຖະມົນຕີ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ກຽດເຂົ້າຮ່ວມຮັບຊົມ ແລະ ຕີລາຄາສູງ ຕໍ່ໝາກຜົນ ຂອງການຝຶກອົບຮົມການທະຫານ ໃນຄັ້ງນີ້ ເພື່ອເປັນການກະກຽມຄວາມພ້ອມ ໂດຍສະເພາະ ດ້ານຄວາມຮູ້, ຄວາມສາມາດຂອງກຳລັງພົນ ລວມທັງ ດ້ານເຕັກນິກຕ່າງໆ ເພື່ອປ້ອງກັນ ແລະ ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ, ປອດໄພທາງດ້ານສັງຄົມ, ປະເທດຊາດມີຄວາມໝັ້ນຄົງ.
ຂ່າວ, ພາບ: ກົມປະຊາສຳພັນ ຫສນຍ.