ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່ມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃນວັນທີ 10 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ຄະນະນໍາ, ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ດໍາເນີນວັນທີ 24-25 ກຸມພາ 2025 ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ. ກອງປະຊຸມດັ່ງກ່າວ, ໄດ້ປຶກສາຫາລືຫລາຍບັນຫາສຳຄັນ ໂດຍສະເພາະ ການປັບປຸງລັດຖະທໍາມະນູນ ສະບັບປີ 2025 ເຊິ່ງກອງປະຊຸມ ໄດ້ມີຄວາມເປັນເອກະພາບ ເຫັນດີໃນດ້ານຫລັກການ ຮັບຮອງເອົາເນື້ອໃນຂອງຮ່າງລັດຖະທຳມະນູນ ສະບັບປັບປຸງ ແລະ ມອບໃຫ້ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ສືບຕໍ່ຄົ້ນຄວ້າ, ປັບປຸງ, ສັບຊ້ອນ, ຈັດວາງບັນຫາຕ່າງໆ ເຂົ້າໃນຮ່າງລັດຖະທຳມະນູນ ໃຫ້ມີເນື້ອໃນຄົບຖ້ວນ, ຈະ ແຈ້ງ, ເຂົ້າໃຈງ່າຍ ເພື່ອສະເໜີຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງເອົາ. ນອກຈາກນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ຍົກໃຫ້ເຫັນ ກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ແລະ ການສ້າງຕັ້ງອົງການປົກຄອງຕາແສງ ເຊິ່ງກອງປະຊຸມ ໄດ້ເປັນເອກະພາບໃຫ້ທິດຊີ້ນຳ ຕໍ່ການສ້າງຕັ້ງຕາແສງໃນຂອບເຂດທົ່ວປະເທດ ໂດຍໃຫ້ດຳເນີນພາຍຫລັງທີ່ລັດຖະທໍາມະນູນ ແລະ ກົດໝາຍ ວ່າດ້ວຍ ການປົກຄອງທ້ອງຖິ່ນ ໄດ້ຖືກຮັບຮອງຈາກກອງປະຊຸມສະພາແຫ່ງຊາດ; ການກໍານົດຈໍານວນຕາແສງ ແມ່ນບົນໃນຖານເງື່ອນໄຂ, ຈຸດພິເສດຂອງແຕ່ລະທ້ອງຖິ່ນ, ຄະນະບໍລິຫານງານສູນກາງພັກ ໄດ້ຢືນຢັນວ່າການສ້າງຕາແສງ ແມ່ນແນໃສ່ສ້າງຄວາມເຂັ້ມແຂງ ຂອງລະບອບປະຊາທິປະໄຕປະຊາຊົນ ເລີ່ມມາແຕ່ຮາກຖານ; ເປັນການປະຕິບັດທິດນຳ ກໍຄື ນະໂຍບາຍຫັນວຽກ, ຫັນການບໍລິການ, ຫັນພະນັກງານ, ຫັນງົບປະມານ ລົງທ້ອງຖິ່ນ-ຮາກຖານ, ເສີມຂະຫຍາຍສິດເປັນເຈົ້າ ແລະ ທ່າແຮງຂອງທ້ອງຖິ່ນ.

ນອກຈາກນີ້, ຍັງຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົງຈັກການຈັດຕັ້ງ, ຄະນະບໍລິ ຫານງານສູນກາງພັກ ເຫັນດີຕົກລົງປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ, ອົງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໂດຍໂຮມ ແລະ ສັບຊ້ອນວຽກງານ ຂອງກະຊວງຈຳນວນໜຶ່ງເຂົ້າກັນ ແລະ ໂອນວຽກຈຳນວນໜຶ່ງ ໄປຂຶ້ນກັບບາງກະຊວງ, ອົງການໃຫ້ສອດຄ່ອງກັບພາລະບົດບາດ ແລະ ສະພາບຄວາມເປັນຈິງ ໃນປັດຈຸບັນ.