Saturday, April 12, 2025
Homeທຸລະກິດນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ​ ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ ຢ່າງ​ແທ້​ຈິງ

ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ​ ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ ຢ່າງ​ແທ້​ຈິງ

ໃນ​ຊຸມ​ປີ​ຜ່ານ​ມາ, ຈີນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຄ້າ​ທີ່​ເປີດ​ກວ້າງ ແລະ ກວ​ມ​ລວມ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​ໄດ້​ເພີ່ມ​ຄວາມ​ແຮງໃນ​ການ​ຫຼຸດ ຫຼື ​ຍົກ​ເວັ້ນ​ພາ​ສີຝ່າຍ​ດຽວ​ຕໍ່​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ນັບ​ແຕ່​ວັນ​ທີ 1 ທັນ​ວາ​ປີ 2024 ເປັນ​ຕົ້ນ​ມາ, ຈີນ​ໄດ້​ຍົກ​ເວັ້ນ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ 100% ​ທີ່ນອນ​ຢູ່​ໃນ​ບັນ​ຊີ​ສິນ​ຄ້າຈາກ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ຂອງ​ໂລກ ທີ່​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ. ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ​ກ່າວ ໄດ້​ສ້າງ​ໂອ​ກາດໃນ​ການ​ພັດ​ທະ​ນາ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃຫ້​ແກ່​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທັງຫຼາຍ ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ ແລະ ໄດ້​ສ້າງ​ຜົ​ນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ຢ່າງຫຼວງຫຼາຍ.

​ກ່ອນ​ອື່ນໝົດ, ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ອັນ​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂະ​ແໜງ​ຢາງ​ພາ​ລາ​ທຳ​ມະ​ຊາດ ທີ່​ເປັນ​ອຸດ​ສາ​ຫະ​ກຳ​ທ່າ​ແຮງ​ສຳ​ຄັນຂອງ​ປະ​ເທດ​ລາວ. ກ່ອນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ​ກ່າວ, ຖ້າ​ສົ່ງ​ອອກ​ຢາງ​ພາ​ລາ​ຈາກລາວ​ເຂົ້າ​ສູ່​ປະ​ເທດ​ຈີນ, ຕ້ອ​ງ​ເສຍ​ພາ​ສີ​ 20% ທີ່​ເປັນອັດ​ຕາ​ພາ​ສີ​ສຳ​ລັບ​ປະ​ເທດ​ທີ່​ມີ​ສິດ​ທິ​ພິ​ເສດ​ທີ່​ສຸດ. ແຕ່ພາຍຫຼັງ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ແລ້ວ, ໄດ້ຫຼຸດ​ຕົ້ນ​ທຶນ​ຂອງວິ​ສາ​ຫະ​ກິດ​ຢາງ​ພາ​ລາ​ຂອງ​ລາວ​ໃຫ້​ຕ່ຳ​ລົງ​ຢ່າງຫຼວງຫຼາຍ. ນອກ​ນີ້, ພາຍຫຼັງ​ໄດ້​ເປີດ​ນຳ​ໃຊ້​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ແລ້ວ, ຕົ້ນ​ທຶນ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ລາວ ແລະ ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນ​ໄດ້ຫຼຸດ​ລົງ​ປະ​ມານ 40% ຫາ 50%. ທັງ​ໝົດ​ນີ້​ໄດ້​ຊ່ວຍ​ຊຸກ​ຍູ້​ໃຫ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເອກ​ະ​ລັກ​ພິ​ເສດ​ຂອງ​ລາວ ເຊິ່ງ​ລວມ​ທັງ​ຢາງ​ພາ​ລາ​ເຂົ້າ​ສູ່ຈີນ​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ອີງ​ຕາມ​ຕົວ​ເລກ​ຂໍ້​ມູນ​​ຈາກອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພະ​ຈິກ​ປີ 2024, ຈີນ​ໄດ້​ນຳ​ເຂົ້າ​ຢາງ​ພາ​ລາ​ທຳ​ມະ​ຊາດຈາກ​ລາວ 287.400 ໂຕນ​, ເພີ່ມ​ຂຶ້ນ 32,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2023.

ຢາງ​ພາ​ລາ​ທຳ​ມະ​ຊາດ​ເປັນ​ພືດ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງ​ລາວ ແລະ ແມ່ນ​ແຫຼ່ງ​ລາຍ​ຮັບ​​ທີ່ສຳ​ຄັນ​ຂອງ​ຊາວກ​ະ​ສິ​ກອນ​ຈຳ​ນວນຫຼວງຫຼາຍ​ຂອງ​ລາວ. ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ລາວ​ຢ່າງ​ແທ້​ຈິງ. ຍົກ​​ເອົາໂຮງ​​ງານຢາງ​ພາ​ລາ​ວຽງ​ຈັນ​ເປັນ​ຕົວ​ຢ່າງ: ໂຮງ​ງານ​ດັ່ງ​ກ່າວ​ໄດ້​ເກັບ​ຊື້​ຢາງ​ພາ​ລາ​ຈາກ​ຊາວ​ກະ​ສິ​ກອນ​ໃນ​ທ້ອງ​ຖິ່ນ ແລະ ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ລາຍ​ຮັບ​ທີ່​ໝັ້ນ​ຄົງ. ຄອບ​ຄົວລຸງ​ບຸນ​ມີ​ໄດ້​ປູກ​ຢາງ​ພາ​ລາ​ປະ​ມານ 1.000 ຕົ້ນ, ໄດ້​ສົ່ງ​ຂາຍ​ຢາງ​ດິບ​ໃຫ້​ແກ່​ໂຮງ​ງານ​ຢາງ​ພາ​ລາ​ນະ​ຄອນ​ຫຼວງວຽງ​ຈັນ, ປີ​ໜຶ່ງ​​ສາ​ມາດ​ສ້າງ​ລາຍ​ຮັບ​ໄດ້ເກືອບ 90 ລ້ານ​ກີບ. ຄຽງ​ຄູ່​ກັບ​ການ​ສົ່ງ​ອອກ​ຢາງ​ພາ​ລາ​ນັບ​ມື້​ເພີ່ມ​ສູງ​ຂຶ້ນ, ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ​ກໍ​ນັບ​ມື້​ນັບ​ສູງ​ຂຶ້ນ ແລະ ມີຊີ​ວິດ​ການ​ເປັນ​ຢູ່​ທີ່​ນັບ​ມື້ໄດ້​ຮັບ​ການ​ປັບ​ປຸງ​​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ຫຼາຍ​ຄອບ​ຄົວ​ໄດ້​ຊື້​ໂທ​ລະ​ພາບ, ຕູ້​ເຢັນ ແລະ ລົດ​ຈັກ, ເຮັດ​ໃຫ້ຊີ​ວິດ​ຂອງ​ເຂົາ​ເຈົ້າ​ນັບ​ມື້​ນັບ​ຮັ່ງ​ມີ​ຂຶ້ນ.

ໃນ​ຖາ​ນະ​ເປັນ​ປະ​ເທດ​ກະ​ສິ​ກຳ, ລາວ​ມີ​ຊັບ​ພະ​ຍາ​ກອນ​ກະ​ສິ​ກຳ​ທີ່​ອຸ​ດົມ​ສົມ​ບູນ, ຂະ​ແໜງ​ການ​ກະ​ສິ​ກຳ​ຂອງ​ລາວ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ​ເຊັ່ນ​ດຽວ​ກັນ. ຕາມ​ຂ່າວ​ແຈ້ງວ່າ: ລັດ​ຖະ​ບານ​ລາວ​ກຽມ​ຈະ​ສົ່ງ​ອອກ​ໝາກ​ພ້າວ, ໝາກ​ມ່ວງ, ໝາກ​ມີ້ ແລະ ໝາກ​ໄມ້​ຊະ​ນິດ​ອື່ນໆ​ເຂົ້າສູ່​ຈີນ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຂອງ​ລາວ​ກໍ​ອາດ​ຈະ​ສົ່ງ​ເຂົ້າສູ່​ຈີນ​ໄດ້ຫຼາຍກວ່າ​ເກົ່າ. ຫວ່າງ​ມໍ່​ໆມາ​ນີ້, ປາ​ສະ​ຫວາຍທີ່​ມີ​ຄຸນ​ນະ​ພາບ​ດີ ທີ່​ລ້ຽງ​ຢູ່​ພາກ​ໃຕ້​ຂອງລາວ ໄດ້​ຖືກ​ສົ່ງ​ເຂົ້າ​ທ່າ​ເສີ​ໂຂ​ນະ​ຄອນ​ເສິນ​ເຈິ້ນ​ຂອງ​ຈີນ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ແມ່ນ​ຜະ​ລິດ​ຕະ​ພັນສັດ​ນ້ຳ​ຂອງ​ລາວ​ຖືກ​ສົ່ງ​ເຂົ້າ​ຕະຫຼາດ​ຈີນ​ເປັນ​ຄັ້ງ​ທຳ​ອິດ. ນອກຈາກ​ນີ້ຍັງ​ເຫັນ​ໄດ້​ວ່າ: ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ​ໄດ້​ຊ່ວຍ​ຍົກ​ກຳ​ລັງ​ແຂ່ງ​ຂັນ​ໃນ​ຕະຫຼາດ​ສາ​ກົນ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ລາວ, ເພີ່ມ​ລາຍ​ຮັບ​ດ້ານ​ການ​ສົ່ງ​ອອກ ແລະ ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ລາວ.

ເມື່ອ​ສັງ​ເກດ​ຈາກ​ດ້ານມະ​ຫາ​ພາກ​ແລ້ວ​ເຫັນ​ວ່າ: ນະ​ໂຍ​ບາ​ຍ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດສຳ​ລັບ​ການ​ຍົກ​ລະ​ດັບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ລາວ​ໃຫ້​ສູງ​ຂຶ້ນ ເຊິ່ງ​ຈະ​ນຳ​ພາ​ການ​ພັດ​ທະ​ນາ​​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ລາວ ແລະ ສ້າງ​ໂອ​ກາດ​ໃນ​ການພັດ​ທະ​ນາທີ່​ມີຫຼາຍ​ຮູບ​ແບບ​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ລາວ. ໃນ​ຂະ​ນະ​ດຽວ​ກັນ, ກໍ​ໄດ້​ສົ່ງ​ຜະ​ລິດ​ຕະ​ພັນ ຫຼື ວັດ​ຖຸ​ດິບ ທີ່​ມີ​ຄຸນ​ນະ​ພາບ​ດີ ແລະ ລາ​ຄາ​ຖືກ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ ເຊິ່ງ​ເປັນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ ແລະ ຈີນ.

ການ​ປະ​ຕິ​ບັດ​ນະ​ໂຍ​ບາ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ ຍັງ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ຄ້າ​ລະ​ຫວ່າງ​ຈີນ ແລະ ລາວ, ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າ​ງ​ສອງ​ຝ່າຍ​ຍິ່ງ​ຈະ​ກວ້າງ​ຂວາງກວ່​າເກົ່າ. ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຈະຫຼາຍ​ຂຶ້ນກວ່າ​ເກົ່າ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ການ​ຄ້າ​ດັ້ງ​ເດີມ​ເທົ່າ​ນັ້ນ, ທຸ​ລະ​ກິດ​ເອກ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ, ການ​ຈໍ​ລະ​ຈອນ​ສິນ​ຄ້າ ແລະ ການ​ທະ​ນາ​ຄານ​ເປັນ​ຕົ້ນ ກໍ​ຈະ​ກາຍ​ເປັນ​ຂົງ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ອະ​ນາ​ຄົດ.

ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຂອງ​ຈີນ ໄດ້​ສ້າງ​ໂອ​ກາດ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ. ໃນ​ອະ​ນາ​ຄົດ, ສອງ​ປະ​ເທດ​ຍັງ​ສາ​ມາດ​ລົງ​ເລິກ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຫຼາຍຂົງ​ເຂດ ແລະ ບັນ​ລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທາງ​ດ້ານເສດ​ຖະ​ກິດຂອງ​ພາກ​ພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments