Sunday, April 13, 2025
Homeຂ່າວຕ່າງປະເທດກຸ່ມຊານກຸຂອງຈີນ (China's Shaangu Group)ສ່ອງແສງໂດດເດັ່ນ ໃນງານ Hannover Messe ປະຈໍາປີ 2025

ກຸ່ມຊານກຸຂອງຈີນ (China’s Shaangu Group)ສ່ອງແສງໂດດເດັ່ນ ໃນງານ Hannover Messe ປະຈໍາປີ 2025

ງານວາງສະແດງເຕັກໂນໂລຊີ ອຸດສະຫະກໍາຊັ້ນ​ນຳ ​ຂອງ​ເຢຍລະ​ມັນ (Hannover Messe) ປະຈໍາປີ 2025​ໄດ້​ສິ້ນ​ສຸດ​ລົງ​ ເມື່ອ​ບໍ່​ດົນ​ມາ​ນີ້, ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ ​ຫົວ​ຂໍ້​ ທີ່​ທັນ​ສະ​ໄໝໃໝ່ ​ເຊັ່ນ: ປັນຍາ​ປະດິດ (AI), ພະລັງງານ​ສີຂຽວ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ, ໂດຍໄດ້ດຶງ​ດູດ​ຜູ້​ວາງສະ​ແດງຫຼາຍ​ກ່ວາ 3,800 ບຸດຈາກ​ 60 ປະ​ເທດ ​ແລະ ພາກ​ພື້ນ.

ຮູບພາບນີ້ ສະແດງໃຫ້ເຫັນ ພະນັກງານສາມຄົນຂອງ Shaanxi Blower (Group) Co., Ltd. (Shaangu Group) ຢູ່ດ້ານໜ້າບູດ ຂອງບໍລິສັດ ໃນລະຫວ່າງງານ Hanno ver Messeປີ2025 ໃນເມືອງ Hannover, ປະເທດ ເຢຍລະມັນ.

ປັກກິ່ງ,ວັນ​ທີ 8 ​ເມສາ​(ຊິນຮວາ)– ງານ​ວາງສະ​ແດງ​ສິນຄ້າ​ ອຸດສາຫະກຳ​ ຊັ້ນ​ນຳ​ຂອງ​ ເຢຍລະ​ມັນ Hannover Messe 2025 ​ໄດ້​ສິ້ນ​ສຸດ​ລົງ ​ໃນ​ຫວ່າງ​ມໍ່ໆ​ນີ້, ​ໄດ້​ຍົກ​ໃຫ້​ເຫັນ​ຫົວ​ຂໍ້​ ທີ່​ທັນ​ສະ​ໄໝ, ​ເຊັ່ນ: ປັນຍາ​ປະດິດ (AI), ພະລັງງານ​ສີຂຽວ​ ແລະ ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ໄດ້​ດຶງ​ດູດ​ນັກ​ວາງສະ​ແດງ 3,800 ກວ່າບຸດ​ຈາກ 60 ປະ​ເທດ​ແລະ​ພາກພື້ນ.

ອີງຕາມການເປີດເຜີຍ ຂອງຜູ້ຈັດງານບໍລິສັດ ຈີນ ຖືເປັນສັດສ່ວນທີ່ສໍາຄັນ ຂອງຜູ້ເຂົ້າຮ່ວມ, ໂດຍມີຜູ້ວາງສະແດງ ສີນຄ້າປະມານ1,000 ຮ້ານ, ເຮັດໃຫ້ຈີນ ເປັນກຸ່ມວາງສະແດງ ທີ່ໃຫຍ່ທີ່ສຸດອັນດັບສອງ ຮອງຈາກເຢຍລະມັນ ທີ່ເປັນປະເທດເຈົ້າພາບ.

ບູດຂອງShaanxi Blower (Group) Co., Ltd. (Shaangu Group) ເຕັມໄປດ້ວຍຜູ້ຄົນຈໍານວນຫຼາຍ. ບໍລິສັດໄດ້ພັດທະນາ ຈາກຜູ້ຜະລິດອຸປະກອນ ໄປສູ່ການແກ້ ໄຂ ລະບົບ ແລະ ຜູ້ໃຫ້ບໍລິການໂດຍຜ່ານເສັ້ນທາງ ເຕັກໂນໂລຊີໃຫມ່ຂອງ “ການຜະລິດອຸປະກອນ+ ການໃຫ້ບໍລິການ+ ການດໍາເນີນງານ”.

ທ່ານ Fan Xiaolong, ຫົວໜ້າການວິໄຈ ແລະ ພັດທະນາຂອງບໍລິສັດ Shaangu Europe R&D, ຊື່ງເປັນບໍລິສັດຍ່ອຍຂອງ Shaangu Group ໃນປະເທດເຢຍລະມັນ ກ່າວວ່າ: “ສໍລັບອຸປະກອນ ຂະໜາດໃຫຍ່ ແລະ ມີກໍາລັງພະລັງງານສູງ, ລູກຄ້າຈະໃຫ້ສໍາຄັນ ກັບປະສິດທິພາບ ຂອງລະບົບ ແລະ ປະສິດທິພາບ ການຈັດສົ່ງຫຼາຍກວ່າ.” ທ່ານ Fan ກ່າວຕື່ມວ່າ:ໃນກໍລະນີນີ້, ບໍລິສັດສະໜອງ ການແກ້ໄຂແບບຄົບວົງຈອນ ຕັ້ງແຕ່ການຜະລິດ ອຸປະກອນ, ວິສະວະກໍາ ແບບຄົບວົງຈອນ, ການບໍລິການອຸດສາຫະກໍາ, ການເຮັດໃຫ້ລະບົບ ອັດສະລິຍະ ການດໍາເນີນງານ ໄດ້ຢ່າງເຕັມປະສິດທີພາບ ຕະຫຼອດຮອດ ການດໍາເນີນງານ ດ້ານພະລັງງານ ບໍພຽງແຕ່ໃຫ້ບໍລິການ ດ້ານອຸປະກອນເທົ່ານັ້ນ.

ປະຈຸບັນ, Shaangu Group ມີບໍລິສັດ ໃນຕ່າງປະເທດ ແລະ ບໍລິສັດສາຂາຍ່ອຍ ທີ່ໃຫ້ບໍລິການທັງໝົດ 28 ແຫ່ງໃນປະເທດຕ່າງໆ ເຊັ່ນ:ເຢຍລະມັນ, ສ ເຊັກໂກ, ອິນເດຍ ແລະ ອິນໂດເນເຊຍ, ຊື່ງກໍ່ໃຫ້ເກີດລະບົບ ລະດັບທົ່ວໂລກ ທີ່ລວມເອົາອຸປະກອນ, ການບໍລິການ ແລະ ການດໍາເນີນງານເຂົ້າດ້ວຍກັນ.

ບໍລິສັດໄດ້ຊື້ກິດຈະການ EKOL, ຊຶ່ງເປັນຜູ້ຜະລິດກັງຫັນລົມ( turbine )ຊັ້ນນໍາໃນ ສ ເຊັກໂກ, ດໍາເນີນການວິໄຈ ແລະ ພັດທະນາໃນທ້ອງຖິ່ນ ເພື່ອຕອບສະໜອງ ຄວາມຕ້ອງ ການ ຂອງອຸດສາຫະກໍາໃນທ້ອງຖິ່ນ, Shaangu Group ໄດ້ກໍ່ສ້າງໂຄງການແຍກ ອາກາດທີ່ໃຫຍ່ທີ່ສຸດ ໃນປະເທດ ອິນໂດເນເຊຍ.

ທ່ານ Fan ກ່າວ:”ໂລກາວິວັດນີ້ ບໍ່ແມ່ນແຕ່ຂະບວນກາ ຄັດລອກ ແລະ ວາງຢ່າງດາຍ(copy-paste), ແຕ່ເປັນການປັບປຸງ ແລະ ສ້າງຄວາມສາມາດໃຫມ່”  ແລະ ກ່າວເສີມ ວ່າ: ບໍລິສັດ ພະຍາຍາມ ຂະຫຍາຍສາຂາ ແຕ່ລະພາກພື້ນ ເພື່ອຕອບສະໜອງ ຕໍ່ຄວາມຕ້ອງການ ຂອງລູກຄ້າຢ່າງໄວວາ.

ການພັດທະນາຂອງ Shaangu Groupເປັນຕົວຢ່າງ ຂອງບໍລິສັດຈີນ ການເຊື່ອມໂຍງ ເຄືອຂ່າຍ ນະວັດກໍາອຸດສາຫະກໍາ ລະດັບໂລກ ໃນລັກສະນະ ທີ່ມີຄວາມເຕີບໂຕ ຫຼາຍກວ່າ ແລະ ເປັນລະບົບຫຼາຍຂື້ນ ບໍ່ວ່າຈະດ້ານລະບົບ ພະລັງງານ, ການຜະລິດທີ່ມີຄວາມ ຍືດຫຍຸ່ນຕະຫຼອດ ຮອດຫຸ່ນຍົນ, ການພິມຢາ ແລະ ຂົງເຂດອື່ນໆ.

ໃນ​ການ​ໃຫ້​ສໍາ​ພາດ ລະຫວ່າງງານ ດັ່ງກ່າວ ທ່ານ Stefan Hartung, ປະ​ທານ​ຄະ​ນະ ​ບໍ​ລິ​ຫານ​ຂອງ Robert Bosch GmbH, ຍັງ​ໄດ້​ຍົກ​ໃຫ້​ເຫັນ ຄວາມເປັນຜູ້​ນໍາ​ພາ​ຂອງ​ຈີນ ​ໃນ​ການ​ຫັນ​ປ່ຽນ​ສີ​ຂຽວ ​ແລະ ການ​ຜະ​ລິດ​ ອັດ​ສະ​ລິ​ຍະ, ພ້ອມທັງເນັ້ນ​ຢໍ້າ​ ເຖີງ​ບົດ​ບາດ​ ສໍາ​ຄັນ​ທີ່​ເພີ່ມ​ຂຶ້ນ ຂອງຈີນ​ໃນ​ການ​ສ້າງ​ ອະ​ນາ​ຄົດ​ຂອງ​ ອຸດ​ສາ​ຫະ​ກໍາ​ໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments