ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ເອດີບີ(ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕທາງດ້ານເສດຖະກິດຂອງລາວ ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ໃຫ້ການເຕີບໂຕທາງເສດຖະກິດລາວ, GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.
ທ່ານ ນາງ ແຊນນີ ແຄັມແບວ ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ສິ່ງສໍາຄັນທີ່ສຸດ ທີ່ຈະເສີມສ້າງພື້ນຖານເສດຖະກິດມະຫາພາກ ທີ່ຍຶດໝັ້ນເສດຖະກິດ ແລະ ຮັບປະກັນຄວາມຢືດຢຸ່ນໃນໄລຍະຍາວ, ເນື່ອງຈາກຄວາມບໍ່ແນ່ນອນໃນສະພາບການຂອງໂລກໃນປັດຈຸບັນ, ການສຸມໃສ່ປັບປຸງການຄຸ້ມຄອງງົບປະມານ, ການພັດທະນາຊັບພະຍາກອນມະນຸດ ແລະ ພະລັງງານທົດແທນ ຈະຊ່ວຍເສີມຂະຫຍາຍຄວາມອາດສາມາດຂອງປະເທດ ເພື່ອຕ້ານທານກັບຜົນກະທົບຈາກພາຍນອກ, ຮັບປະກັນການເຕີບໂຕຂອງເສດຖະກິດແບບຍືນຍົງ ແລະ ຍົກສູງການລວມຕົວຂອງສັງຄົມ. ນອກນີ້, ນະໂຍບາຍເງິນຕາທີ່ເຂັ້ມງວດຂຶ້ນ ຄາດວ່າຈະຊ່ວຍຮັກສາສະຖຽນລະພາບ ຂອງອັດຕາແລກ ປ່ຽນ ແລະ ຊ່ວຍຫລຸດຜ່ອນອັດຕາເງິນເຟີ້, ຊ່ວຍຮັກສາສະຖຽນລະພາບຂອງຄ່າເງິນກີບ ແລະ ອັດຕາເງິນເຟີ້ໃນໄຕມາດທີ 4 ຂອງປີ 2024; ຄ່າເງິນກີບໂດຍລວມໄດ້ອ່ອນຄ່າລົງ 5,4% ເມື່ອທຽບໃສ່ໂດລາສະຫະລັດ ແລະ ແຂງຄ່າຂຶ້ນ 1,2% ເມື່ອທຽບກັບເງິນບາດຂອງໄທ; ອັດຕາເງິນເຟີ້ສະເລ່ຍຢູ່ 23,3% ແຕ່ລາຄາອາຫານ, ເຄື່ອງດື່ມປະເພດເຫລົ້າ, ຮ້ານອາຫານ ແລະ ໂຮງແຮມຍັງຢູ່ໃນລະດັບສູງ ສົ່ງຜົນໃຫ້ລາຄາສິນຄ້າອຸປະໂພກບໍລິໂພກສູງຂຶ້ນ. ຄາດການວ່າ ອັດຕາເງິນເຟີ້ສະເລ່ຍຈະຫລຸດລົງຢູ່ໃນລະດັບ 13,5% ໃນປີ 2025 ແລະ 10,4% ໃນປີ 2026. ແນວໃດກໍຕາມ, ໜີ້ສິນທີ່ເປັນເງິນຕາຕ່າງປະເທດ ຈະຍັງຈະສືບຕໍ່ກົດດັນອັດຕາແລກປ່ຽນ ແລະ ກົດດັນອັດຕາເງິນເຟີ້, ການປັບຂຶ້ນລາຄາໄຟຟ້າ ເຊິ່ງມີຜົນບັງຄັບໃຊ້ໃນ ເດືອນມີນາ ປີ 2025 ຈະເຮັດໃຫ້ເງິນເຟີ້ສູງຂຶ້ນໃນໄລຍະສັ້ນຫາໄລຍະກາງ.

ການລົງທຶນດ້ານພະລັງງານທົດແທນ ແລະ ບໍ່ແຮ່ ຈະຊ່ວຍໃຫ້ຂະແໜງອຸດສາຫະກໍາ ເຕີບໂຕໃນໄລຍະສອງປີຕໍ່ໜ້າ. ຄາດວ່າມູນຄ່າການສົ່ງອອກໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ ຈະເພີ່ມຂຶ້ນ ແລະ ການນໍາເຂົ້າໜ້າຈະຟື້ນໂຕດ້ວຍຄ່າຂອງເງິນກີບຄົງທີ່. ແນວໃດກໍຕາມ, ຂະແໜງກະສິກຳ ຍັງຈະຜະເຊີນກັບສິ່ງທ້າທາຍ ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄາດວ່າຈະຍັງຄົງເຕີບໂຕໃນລະດັບປານກາງ, ການຂາດແຄນແຮງງານ ແລະ ລາຄາສິນຄ້າກະສິກຳ ທີ່ຫລຸດລົງຈະເຮັດໃຫ້ການລົງທຶນເຂົ້າໃນຂະແໜງດັ່ງກ່າວຫລຸດລົງ. ສ່ວນນະໂຍບາຍທາງດ້ານການເງິນ ຈະຍັງເຂັ້ມງວດ ເນື່ອງຈາກຍັງມີພາລະໜີ້ສິນສາທາລະນະ, ງົບປະມານປີ 2025 ຕັ້ງເປົ້າໃຫ້ການຂາດດຸນຢູ່ໃນລະດັບ 1% ຂອງ GDP ໂດຍລາຍຮັບເພີ່ມຂຶ້ນ 36% ເປັນ 68,1 ພັນຕື້ກີບ ແລະ ລາຍຈ່າຍເພີ່ມຂຶ້ນ 19,1% ເປັນ 71,8 ພັນຕື້ກີບ ທຽບໃສ່ປີຜ່ານມາ, ການປະຕິຮູບອາກອນ ແລະ ຍົກລະດັບວຽກງານຄຸ້ມຄອງອາກອນຫລາຍຂຶ້ນຈະຊຸກຍູ້ໃຫ້ການເກັບລາຍຮັບເພີ່ມຂຶ້ນ. ແຕ່ແນວໃດກໍຕາມ, ໜີ້ສິນສາທາລະນະ ທີ່ຍັງສູງຈະຍັງເປັນສິ່ງທ້າທາຍຕໍ່ຄວາມຍືນຍົງດ້ານການເງິນ ແລະ ຈຳກັດລາຍຈ່າຍງົບປະມານຂອງລັດຖະບານ.
ສໍາລັບ ຄວາມສ່ຽງຈາກພາຍນອກທີ່ສໍາຄັນ ຕໍ່ການຄາດຄະເນການເຕີບໂຕຂອງລາວ ທີ່ເກີດມາຈາກການຂຶ້ນອັດຕາພາສີຂອງສະຫະລັດອາເມລິກາ ເຊິ່ງຄາດວ່າຈະສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດຂອງລາວ, ພ້ອມທັງສົ່ງຜົນກະທົບຢ່າງຮຸນແຮງຕໍ່ເສດຖະກິດຂອງປະເທດເພື່ອນບ້ານ ທີ່ເປັນຄູ່ຄ້າສຳຄັນຂອງລາວ. ຜົນກະທົບທັງໝົດຍັງຢູ່ພາຍໃຕ້ຄວາມບໍ່ແນ່ນອນ ຂອບເຂດ ແລະ ການສົ່ງຕໍ່ຜົນກະທົບເຫລົ່ານີ້, ແມ່ນບໍ່ສາມາດກໍານົດມຸນຄ່າໄດ້ ເພາະວ່າມັນຈະຂຶ້ນກັບໄລຍະເວລາຂອງອັດຕາພາສີ ແລະ ຄວາມສາມາດໃນການເຈລະຈາ ຂອງບັນດາປະເທດທີ່ໄດ້ຮັບຜົນກະທົບ. ຄວາມເຂັ້ມງວດດ້ານນະໂຍ ບາຍເງິນຕາ ແລະ ການເງິນຈະສົ່ງຜົນທົບຕໍ່ລາຍຈ່າຍ ຂອງຂະແໜງສາທາລະນະສຸກ ແລະ ສຶກສາ ຈະມີຜົນກະທົບຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ຜະລິດຕະພາບໂດຍລວມ ເນື່ອງຈາກຄວາມຕ້ອງການໃນການຊຳລະໜີ້ສິນທີ່ເພີ່ມຂຶ້ນ ລາຍຈ່າຍທີ່ສໍາຄັນຕໍ່ກັບວຽກງານສາທາລະນະສຸກ ແລະ ສຶກສາ ແມ່ນຫລຸດລົງຢ່າງຫລວງຫລາຍ.