Saturday, April 12, 2025
Homeຂ່າວພາຍໃນກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງ

ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງ

ກະຊວງການຕ່າງປະເທດ ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາ ຊົນ ປະຕິວັດລາວ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ກະຊວງການຕ່າງປະເທດ ໃນຂອງວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ, ພະນັກງານ-ລັດຖະກອນ ພາຍໃນກະຊວງ ແລະ ສະມາຊິກພັກບຳນານ ເຂົ້າຮ່ວມ.

ໃນພິທີ, ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສະບັບເລກທີ 651/ນຍ, ລົງວັນທີ 29 ພະຈິກ 2024, ແຕ່ງຕັ້ງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ກ່ອນມາຮັບໜ້າທີ່ເປັນຮອງລັດຖະ ມົນຕີ ແມ່ນດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸນ. ໃນໂອກາດດຽວກັນນີ້, ໄດ້ມອບດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ວັນດີ ບຸດສະດີ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ປະກາດແຕ່ງຕັ້ງຮອງຫົວໜ້າກົມຈຳນວນ 4 ທ່ານ, ຍິງ 2 ທ່ານ ແລະ ຫົວໜ້າພະແນກ 1 ທ່ານ, ພ້ອມທັງປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ວັນທີ 22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ກະຊວງການຕ່າງປະເທດ ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈຳນວນ 28 ສະຫາຍ. ໃນນີ້, ມີສະມາຊິກພັກ ບໍານານ ຈໍານວນ 14 ສະຫາຍ, ຍິງ 3 ສະຫາຍ ແລະ ສະມາຊິກພັກ ທີ່ກໍາລັງປະຕິບັດໜ້າທີ່ຢູ່ກະຊວງ ຈຳນວນ 14 ສະຫາຍ.

ໃນພິທີ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ບັນດາສະຫາຍສະມາຊິກພັກ ແລະ ສະມາຊິກພັກບຳນານ ທີ່ໄດ້ຮັບການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນຫລຽນກາລະນຶກ ທີ່ມີຄວາມໝາຍຄວາມສຳຄັນ ທີ່ຕິດພັນກັບພາລະກິດປົກປັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນ, ກໍໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ຈົ່ງເພີ່ມທະວີ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫລະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ການປະຕິບັດໜ້າທີ່ການເມືອງ ແລະ ການຕ່າງປະເທດ ທີ່ນັບມື້ນັບກວ້າງຂວາງ ໂດຍສະເພາະແມ່ນການບຸກທະລຸການທູດປ້ອງການເຫດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນ ໄຫວການທູດເສດຖະກິດ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງປະເທດເຮົາໃນໄລຍະໃໝ່, ໄປພ້ອມໆກັບການສືບຕໍ່ຜັນຂະຫາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ທ້າຍສະໄໝ ແລະ ມະຕິກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປາກົດຜົນເປັນຈິງ ແລະ ສຸມໃສ່ ກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງ V ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະເປີດຂຶ້ນໃນກາງປີ 2025 ນີ້.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments